ເວັບໄຊ້ໄທມ໌ ລາຍງານວ່າ ອາເມຣິກາ ໄດ້ທົດລອງຍິງຂີປະນາວຸດ ມິນິທແມນ 3 ໄລຍະທາງສັ່ງການຂ້າມທະວີບ ໂດຍເປັນການຍິງ ອອກຈາກຖານທັບອາກາດແວນເດນເບີກ ລັດແຄລິຟໍເນຍ ອາເມຣິກາ ເມື່ອເວລາປະມານ 00.03 ນທ ຂອງວັນທີ 26 ເມສາ.
ຖະແຫຼງການຂອງກອງທັບອາເມຣິກາກ່າວວ່າ ການທົດລອງເທື່ອນີ້ ເປັນສ່ວນໜຶ່ງຂອງໂຄງການ ເພື່ອທົດສອບປະສິດທິພາບ ຄວາມພ້ອມ ແລະ ຄວາມແມ່ນຢຳຂອງລະບົບອາວຸດ.
ຂະນະທີ່ເອເອຟພີລາຍງານວ່າ ມີນິທແມນ 3 ຖືກນໍາເຂົ້າປະຈຳການມາຕໍ່ເນື່ອງເຖິງ 60 ປີ ໂດຍມີການປັບປຸງໃຫ້ທັນສະໄໝຢ່າງຕໍ່ເນື່ອງ ລວມທັງໄດ້ມີການຜະລິດລຸ່ນໃໝ່ລ່າສຸດ ເຊິ່ງປັບປຸງການກຳນົດເປົ້າໝາຍໂຈມຕີ ແລະ ເພີ່ມຄວາມແມ່ນຢຳຫຼາຍຂຶ້ນ ທຸກມີ້ນີ້ລະບົບຂີປະນາວຸດມິນິທແມນ ຍັງຖືເປັນລະບົບຂີປະນາວຸດ ຂັ້ນສຸດຍອດຂອງໂລກ ແລະ ມີຄວາມສາມາດສູງ ໃນການປະເຊີນໜ້າ ກັບຄວາມທ້າທາຍໂລກ ຂອງອາວຸດທຸກຊະນິດ.
ພົນເອກ ຈອນ ມອສສ໌ ຜູ້ບັນຊາການສເປຊວິງ ໜ່ວຍທີ່ 30 ເປີດເຜີຍວ່າ ການຍິງມີນິທແມນ ເປັນສິ່ງຈຳເປັນ ເພື່ອໃຫ້ໄດ້ຮູ້ ສະຖານະຄວາມສາມາດຂອງອາວຸດນິວເຄລຍຂອງອາເມຣິກາ ໃຫ້ທົ່ວໂລກໄດ້ເຫັນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment