"ເກົາຫຼີເໜືອ" ປະກາດຈະໂຈມຕີກອງທັບ "ອາເມຣິກາ" ທັງໃນເກົາຫຼີໃຕ້ ແລະ ແຜ່ນດິນອາເມຣິກາເອງ ໃຫ້ເປັນຂີ້ເຖົ່າ!!!



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ເມສາວ່າ ໜັງສືພິມ ໂຣດອງ ຊິນມຸນ ເຊິ່ງເປັນກະບອກສຽງ ຂອງພັກແຮງງານຂອງເກົາຫຼີເໜືອ ລະບຸວ່າ ເກົາຫຼີເໜືອຈະຊິງໂຈມຕີອາເມຣິກາ ດ້ວຍຄວາມສາມາດ ໃນການທຳລາຍລ້າງ ທີ່ຮຸນແຮງທີ່ສຸດ ເຊິ່ງຈະທຳລາຍກອງກຳລັງອາເມຣິກາ ທັງໃນເກົາຫຼີໃຕ້ ແລະ ໃນແຜ່ນດິນໃຫຍ່ຂອງອາເມຣິກາ.

"ຫາກພວກເຮົາເປີດສາກໂຈມຕີອາເມຣິກາ ດ້ວຍອະນຸພາບການທຳລາຍລ້າງຢ່າງຮຸນແຮງທີ່ສຸດ ກໍ່ຈະເປັນການທຳລາຍກອງກຳລັງ ຂອງອາເມຣິກາທັງໃນເກົາຫຼີໃຕ້ ແລະ ພູມມິພາກໃກ້ຄຽງ ລວມທັງແຜ່ນດິນໃຫຍ່ອາເມຣິກາ ເຊິ່ງຈະຖືກທຳລາຍລ້າງເປັນຂີ້ເຖົ່າ" ໂຣດອງ ຊິນມຸນລາຍງານ.

ເຣັກຊ໌ ທິລເລີສັນ ລັດຖະມົນຕີກະຊວງ ປ້ອງກັນປະເທດອາເມຣິກາ ກ່າວວ່າ ອາເມຣິກາກຳລັງທົບທວນ ແນວທາງ ຈະສ້າງແຮງກົດດັນຕໍ່ກັບເກົາຫຼີເໜືອ ກ່ຽວກັບໂຄງການທົດສອບອາວຸດນິວເຄລຍ.

ສ່ວນດ້ານ ໄມຄ໌ ເພນຊ໌ ຮອງປະທານາທິບໍດີ ອາເມຣິກາກ່າວວ່າ ຍຸກສະໄໝທີ່ອາເມຣິກາ ໃຊ້ຄວາມອົດທັນກັບເກົາຫຼີເໜືອໄດ້ສິ້ນສຸດແລ້ວ ແລະ ຢ່າຄິດມາລອງຂອງກັບ ປະທານາທິບໍດີ ທຣັມ ແຫ່ງອາເມຣິກາ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments