ຂະແໜງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຖືເປັນຫົວໃຈຫຼັກ ໃນການຈັດຕັ້ງປະຕິບັດວຽກງານພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ຄວບຄຸມທົ່ວປະເທດ ເຊິ່ງລະບົບຄົມມະນາຄົມທີ່ດີ ແລະ ເຂົ້າເຖິງໄດ້ກາຍເປັນປັດໄຈສຳຄັນ ໃນການສ້າງສົມດູນການຄ້າ ການບໍລິການ ລວມທັງກະຕຸ້ນການລົງທຶນທັງພາຍໃນ-ຕ່າງປະເທດໃຫ້ນັບມື້ສູງຂຶ້ນ ເຊິ່ງຜ່ານການຈັດຕັ້ງປະຕິບັດການແກ້ໄຂ 18 ບັນຫາຫຍໍ້ທໍ້ທີ່ພົ້ນເດັ່ນ ພາຍໃຕ້ຫົວຂໍ້ “ບຸກທະລຸການແກ້ໄຂບັນຫາຫຍໍ້ທໍ້ຂອງຂະແໜງ ຍທຂ ຢ່າງເປັນລະບົບ” ໄລຍະ 2 ປີຜ່ານມາ (2015-2016) ຍທຂ ສາມາດແກ້ໄຂບັນຫາພົ້ນເດັ່ນຢ່າງມີປະສິດທິພາບ.
ຈາກການກວດກາ-ຄຸ້ມຄອງລາຄາຫົວໜ່ວຍການກໍ່ສ້າງ ຂອງບັນດາໂຄງການທີ່ມີຄວາມຮັດກຸມ ໄດ້ສາມາດເຮັດໃຫ້ຫຼາຍໂຄງການກໍ່ສ້າງຂອງລັດຖະບານ ມີຄວາມຖືກຕ້ອງ ແລະ ປະຢັດງົບປະມານໄດ້ສູງສົມຄວນ ໂດຍສະເພາະແມ່ນໂຄງການກໍ່ສ້າງເສັ້ນທາງແຕ່ທ່າເຫຼົ້າ (ຊາຍແດນ ລາວ-ຫວຽດນາມ) ຫາເມືອງຊຳໃຕ້ ປະຢັດງົບໄດ້ 26,3 ລ້ານໂດລາສະຫະລັດ ແລະ ສາມາດສ້າງທາງໄດ້ຕື່ມ 9,6 ກິໂລແມັດ ກວດກາດັດແກ້ມູນຄ່າການກໍ່ສ້າງເສັ້ນທາງ F1 ແຂວງຄຳມ່ວນ ຫາທາງເລກ 9 ຄວາມຍາວ 167 ກິໂລແມັດ ສາມາດປະຢັດງົບໄດ້ 805,6 ຕື້ກີບ ໂຄງການກໍ່ສ້າງເສັ້ນທາງຊົນນະບົດຢູ່ແຂວງຈຳປາສັກ ສາມາດປະຢັດງົບໄດ້ 80 ຕື້ກີບ ໂຄງການກໍ່ສ້າງທາງແຕ່ສາມແຍກສີເກີດ-ຕານມີໄຊ ຍາວ 9 ກິໂລແມັດ ສາມາດປະຢັດງົບໄດ້ 9,3 ລ້ານໂດລາສະຫະລັດ ຫຼື ປະມານ 73 ຕື້ກວ່າກີບ ແລະ ໂຄງການກໍ່ສ້າງຂົວເບຕົງເສີມເຫຼັກ ຈຳນວນ 7 ແຫ່ງ ຢູ່ແຂວງເຊກອງ ສາມາດປະຢັດງົບໄດ້ເຖິງ 40,2 ຕື້ກີບ ພ້ອມດຽວກັນນີ້ ຂະແໜງ ຍທຂ ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານແຜນການ-ການເງິນ ສ້າງວິໄນແຜນການ-ການເງິນໃຫ້ມີຄວາມເຂັ້ມແຂງ ສາມາດກວດສອບໄດ້ທຸກຂັ້ນຕອນ ຄຽງຄູ່ກັບການຄຸ້ມຄອງ ແລະ ບໍລິການຂົນສົ່ງທາງບົກ ເຊິ່ງໃນປີ 2016 ທົ່ວປະເທດ ສາມາດປະຕິບັດການຂົນສົ່ງໂດຍສານໄດ້ 52,11 ລ້ານເທື່ອຄົນ ຂົນສົ່ງສິນຄ້າ 4,86 ລ້ານໂຕນ ການຂົນສົ່ງທາງນ້ຳ ໂດຍຜ່ານທ່າເຮືອ 18 ແຫ່ງທົ່ວປະເທດ ສາມາດຂົນສົ່ງສິນຄ້າໄດ້ 2,06 ລ້ານໂຕນ ໂດຍສານ 1,67 ລ້ານເທື່ອຄົນ ການຂົນສົ່ງທາງອາກາດສາມາດຂົນສົ່ງໂດຍສານທັງພາຍໃນ-ຕ່າງປະເທດ ໄດ້ຈຳນວນ 1,07 ລ້ານເທື່ອຄົນ ແລະ ສິນຄ້າ 8.957 ໂຕນ ແລະ ວຽກງານຂົນສົ່ງທາງລົດໄຟ ສາມາດປະຕິບັດໄດ້ 32.248 ເທື່ອຄົນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment