ທ້າທາຍອາເມຣິກາ! ເກົາຫຼີເໜືອ ປະກາດຍິງຂີປະນາວຸດ ທຸກອາທິດ ທຸກເດືອນ ແລະ ທຸກປີ




ຮານ ຊອງ ຍອລ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດເກົາຫຼີເໜືອ ກ່າວໃນຕອນທີ່ສຳພາດກັບ BBC ວ່າ: ເກົາຫຼີເໜືອຈະຍັງຄົງ ດຳເນີນການທົດສອບຂີປະນາວຸດ ເຖິງແມ່ນວ່າຈະຖືກປະນາມຈາກນານາຊາດ ແລະ ເຮັດໃຫ້ເກີດຄວາມຕຶງຄຽດຢ່າງສູງ ກັບທາງອາເມຣິກາ ໂດຍກ່າວອີກວ່າ "ທາງເກົາຫຼີເໜືອ ຈະທົດສອບຍິງຂີປະນາວຸດຫຼາຍຂຶ້ນ ໂດຍຈະດຳເນີນການເປັນແບບລາຍອາທິດ ລາຍເດືອນ ແລະ ລາຍປີ".

ລັດຖະມົນຕີຕ່າງປະເທດກ່າວຕໍ່ວ່າ ຈະເກີດສົງຄາມຢ່າງເຕັມຮູບແບບ ຖ້າຫາກອາເມຣິກາ ໃຊ້ປະຕິບັດການທາງການທະຫານ ໂຈມຕີເກົາຫຼີເໜືອ ເຊິ່ງເກົາຫຼີເໜືອຈະຕອບໂຕ້ ດ້ວຍການຍາດແຍ່ງການໂຈມຕີ ດ້ວຍອາວຸດນິວເຄລຍ.

“ເກົາຫຼີເໜືອເຊື່ອວ່າອາວຸດນິວເຄລຍ ຈະຊ່ວຍປົກປ້ອງປະເທດ ຈາກໄພຄຸກຄາມທາງການທະຫານ ຈາກປະເທດອາເມຣິກາ ແລະ ຫາກອາເມຣິກາບໍ່ສະຫຼາດພໍ ທີ່ຈະນຳໃຊ້ວິທີທາງການທະຫານ ນັ້ນໝາຍເຖິງຈະຕ້ອງເກີດ ການເຮັດສົງຄາມທຸກຮູບແບບ ໃນທຸກໆມື້ ” ຮານ ຊອງ ຍອລ ກ່າວ.


ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments