ລາວ-ລັດເຊຍ ເຫັນດີຮ່ວມມືດ້ານການທະຫານ ແລະ ລາວພ້ອມຮ່ວມແກ້ບັນຫາຢູເຄຣນ ແລະ ແຫຼມເກົາຫຼີ



 ອີງຕາມການລາຍງານຂອງ ກະຊວງປ້ອງກັນປະເທດລັດເຊຍ (ຣັດເຊຍ) 26 ເມສາ 2017 ວ່າ: ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ກ່ຽວກັບຄວາມໝັ້ນຄົງ ລະຫວ່າງປະເທດ (VI Moscow Conference on International Security) ທີ່ນະຄອນຫຼວງມົດສະກູ ປະເທດລັດເຊຍ ທີ່ຈັດຂຶ້ນໃນວັນທີ 26-27 ເມສາ ນີ້ ໂດຍເປັນກຽດໃຫ້ການຕ້ອນຮັບໂດຍ ທ່ານ ພົນເອກ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຂອງລັດເຊຍ.

ລັດເຊຍ-ລາວ ມີຄວາມສົນໃຈທີ່ຈະດຳເນີນການຕາມຂໍ້ຕົກລົງ ທີ່ລົງນາມໂດຍຜູ້ນຳສູງສຸດ ຂອງທັງສອງປະເທດ ກ່ຽວກັບການຮ່ວມມື ທາງການທະຫານ ແລະ ເຕັກທິກການທະຫານ.


 ທ່ານ ພົນເອກ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ກ່າວກັບ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດວ່າ: "ປະເທດຂອງພວກເຮົາ ມີປະຫວັດສາດຮ່ວມກັນທີ່ຍາວນານ, ມີສາຍພົວພັນມິດຕະພາບທີ່ດີຕໍ່ກັນ ແລະ ລາວຖືເປັນພັນທະມິດເປັນຄູ່ຮ່ວມມືທີ່ດີ ແລະ ໄວ້ໃຈຂອງລັດເຊຍ, ເຊິ່ງໃນເດືອນພຶດສະພາ ປີຜ່ານມາ ການຮ່ວມມືລາວ-ລັດເຊຍ ແລະ ການເຮັດວຽກຮ່ວມກັນ ໃນການຈັດກອງປະຊຸມອາຊຽນ-ລັດເຊຍ ທີ່ລາວເປັນປະທານອາຊຽນ ຖືວ່າປະສົບຜົນສຳເລັດເປັນຢ່າງສູງ, ນອກນີ້ຜູ້ນຳຂອງສອງປະເທດເຮົາ ຍັງເຫັນດີໃຫ້ມີ ການເພີ່ມພູນການຮ່ວມມືແບບທະວີພາຄີ ລະຫວ່າງກັນໃຫ້ນັບມື້ນັບສູງຂຶ້ນ ແລະ ພ້ອມທີ່ຈະປຶກສາຫາລື ກ່ຽວກັບບັນຫາຕ່າງໆ ທີ່ໜ້າສົນໃຈລະຫວ່າງກັນ".

ໃນດ້ານຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍ່ໄດ້ກ່າວວ່າ " ລາວສະໜັບສະໜູນລັດເຊຍ ຕໍ່ນະໂຍບາຍການຕ່າງປະເທດ ໃນການແກ້ໄຂບັນຫາຄວາມຂັດແຍ່ງຕ່າງໆ ທີ່ເກີດຂຶ້ນໃນໂລກ ແລະ ພວກເຮົາຍັງສະໜັບສະໜູນ ການແກ້ໄຂບັນຫາຂອງລັດເຊຍ ຕໍ່ກັບວິກິດການໃນຢູເຄຣນ ແລະ ສະຖານະການໃນແຫຼມເກົາຫຼີ"



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂ່າວຈາກ: idsala, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments