ອອສເຕຣເລຍເວົ້າໃສ່ເກົາຫຼີເໜືອ "ຄວນຢຸດໂຄງການນິວເຄລຍ ແລະ ປັບປຸງຊີວິດປະຊາຊົນ" ຫຼັງເກົາຫຼີເໜືອຂູ່ "ຢາກໄດ້ນິວເຄລຍບໍ່?"
ເມື່ອວັນທີ 23 ເມສາ ເອເອຟພີ ລາຍງານວ່າ ທາງການອອສເຕຣເລຍ ຮຽກຮ້ອງໃຫ້ເກົາຫຼີເໜືອນຳງົບປະມານ ໄປໃຊ້ປັບປຸງຄຸນະພາບຊີວິດ ໃຫ້ຊາວເກົາຫຼີເໜືອ ແທນທີ່ຈະນຳໄປໃຊ້ໃນໂຄງການພັດທະນາ ອະນຸພາບອາວຸດນິວເຄລຍ ຫຼັງຈາກທີ່ໂຄສົກກະຊວງການຕ່າງປະເທດ ຂອງເກົາຫຼີເໜືອ ອອກມາຂູ່ວ່າ ຫາກວ່າອອສເຕຣເລຍ ດຳເນີນນະໂຍບາຍກີດກັນເກົາຫຼີເໜືອ ແລະ ຢູ່ຂ້າງອາເມຣິກາ ກໍ່ຄວນຄຳນຶງເຖິງຜົນຮ້າຍແຮງ ທີ່ຈະຕາມມາໃຫ້ດີ ພ້ອມທັງລະບຸວ່າ ເກົາຫຼີເໜືອ ອາດຕັດສິນໃຈ ໃຊ້ອາວຸດນິວເຄລຍ ຍິງຖະລົ່ມອອສເຕຣເລຍ.
ຄຳກ່າວຂອງເກົາຫຼີເໜືອ ເກີດຂຶ້ນຫຼັງຈາກ ໄມຄ໌ ເພນຊ໌ ຮອງປະທານາທິບໍດີອາເມຣິກາ ສິ້ນສຸດພາລະກິດ ການຢ້ຽມຢາມພັນທະມິດໃນທະວີບອາຊີ ໄດ້ແກ່ ເກົາຫຼີໃຕ້ ຍີ່ປຸ່ນ ແລະ ອອສເຕຣເລຍ ໂດຍ ນາງ ຈູລີ່ ບິຊ໊ອປ ລັດຖະມົນຕີກະຊວງການຕ່າງປະເທດອອສເຕຣເລຍ ລະບຸວ່າ ເກົາຫຼີເໜືອ ເປັນໄພຄຸກຄາມທີ່ຮ້າຍແຮງ ເຊິ່ງເຮັດໃຫ້ເກົາຫຼີເໜືອບໍ່ພໍໃຈ ແລະ ອອກມາຂົ່ມຂູ່ອອສເຕຣເລຍ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment