ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງຣິຍາດ ປະເທດຊາອຸດິອາຣະເບຍ ເມື່ອວັນທີ 20 ເມສາວ່າ ພົນເອກ ເຈມສ໌ ແມຕທິສ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ ກ່າວລະຫວ່າງການຢ້ຽມຢາມກຸງຣີຍາດ ເມື່ອວັນພຸດວ່າ ການກະທຳທຸກຢ່າງຂອງເຮືອບັນທຸກຍົນ ຢູເອສເອສ ຄາຣ໌ລ ວິນສັນ ແລະ ບັນດາເຮືອຕິດຕາມນັ້ນ "ເປັນໄປຕາມແຜນການ" ກອງເຮືອຮົບ ຈະເດີນທາງເຂົ້າສູ່ແຫຼມສະໝຸດເກົາຫຼີ ພາຍໃນກຳນົດການຢ່າງແນ່ນອນ ໂດຍກ່າວວ່າທາງກະຊວງປ້ອງກັນປະເທດ ບໍ່ຈຳເປັນຕ້ອງປິດບັງເລື່ອງນີ້ ແລະ ບໍ່ແມ່ນຄວາມຜິດພາດ ດ້ານດານສື່ສານ ຕາມທີ່ຫຼາຍຄົນກ່າວ.
ຂະນະທີ່ ຢອນ ສໄປເຊີ ໂຄສົກທຳນຽບຂາວ ກ່າວທີ່ກຸງວໍຊິງຕັນ ຢືນຢັນວ່າ ເຮືອ ຢູເອສເອສ ຄາຣ໌ລ ວິນສັນ ກຳລັງເດີນທາງເຂົ້າສູ່ແຫຼມສະໝຸດເກົາຫຼີ ຕາມຄຳສັ່ງຂອງປະທາາທິບໍດີ ໂດນັລດ໌ ທຣັມ ທີ່ປະກາດອອກໄປເມື່ອວັນທີ 9 ເມສາທີ່ຜ່ານມາ ວ່າຕ້ອງການໃຫ້ "ກອງເຮືອຮົບພິຄາດອາຣ໌ມາດາ ອັນຊົງພະລັງ" ນຳໂດຍ ເຮືອ ຢູເອສເອສ ຄາຣ໌ລ ວິນສັນ ເດີນທາງອອກຈາກສິງກະໂປ ໄປທາງຕາເວັນອອກສ່ຽງເໜືອ ມຸ່ງໜ້າເຂົ້າສູ່ແຫຼມສະໝຸດເກົາຫຼີ ເພື່ອປິດລ້ອມເກົາຫຼີເໜືອ ໃນການພະຍາຍາມທົດສອບຂີປະນາວຸດ ແລະ ອາວຸດນິວເຄລຍ.
ແຕ່ຢ່າງໃດກໍ່ຕາມ ພົນເຮືອຕີ ຈິມ ເຄີບີ ຜູ້ບັນຊາການກອງເຮືອຮົບພິຄາດ ອາຣ໌ມາດາ ກ່າວເມື່ອຕົ້ນອາທິດນີ້ວ່າ ຄຳສັ່ງໃຫ້ເດີນໜ້າ ມຸ່ງກົງໄປຍັງແຫຼມສະໝຸດເກົາຫຼີນັ້ນ "ໄດ້ຮັບການຕໍ່ເວລາອອກໄປອີກ 30 ມື້" ເພື່ອເປັນການກຽມຄວາມພ້ອມ ຂີດຄວາມສາມາດ ທາງການທະຫານຂອງກອງເຮືອ ໃນການເຂົ້າສູ່ ແຫຼມສະໝຸດເກົາຫຼີ ສ່ວນກອງທັບເຮືອອາເມຣິກາຍອມຮັບວ່າ ເຮືອ ຢູເອສເອສ ຄາຣ໌ລ ວິນສັນ ແລະ ເຮືອຕິດຕາມອີກ 3-4 ລຳ ເດີນທາງລົງໃຕ້ ເມື່ອທ້າຍອາທິດທີ່ຜ່ານມາ ເຊິ່ງເປັນທິດທາງກົງກັນຂ້າມ ກັບແຫຼມສະໝຸດເກົາຫຼີ ແຜ່ນຊ່ອງແຄບຂອງອິນໂດເນເຊຍ ເພື່ອເຂົ້າສູ່ມະຫາສະໝຸດອິນເດຍ ແລະ ປະຈຸບັນຢູ່ນອກຝັ່ງ ທາງຕາເວັນຕົກສ່ຽງເໜືອ ຂອງອອສເຕຣເລຍ.
ດ້ານນັກວິເຄາະ ແລະ ສື່ຊື່ດັງຫຼາຍສຳນັກ ກ່າວວ່າ "ບໍ່ວ່າດ້ວຍເຫດຜົນໃດກໍ່ຕາມ" ທີ່ສົ່ງຜົນໃຫ້ກອງເຮືອຮົບ ຢູເອສເອສ ຄາຣ໌ລ ວິນສັນ ຍັງຢູ່ຫ່າງໄກຈາກແຫຼມສະໝຸດເກົາຫຼີ ທັງທີ່ຜູ້ນຳອາເມຣິກາສັ່ງການຕັ້ງແຕ່ຕົ້ນເດືອນນີ້ ບົ່ງຊີ້ໃຫ້ເຫັນວ່າ ເປັນຄວາມຜິດພາດດ້ານການສື່ສານ ລະຫວ່າງຝ່າຍບໍລິການກັບກອງທັບ ແລະ ເກົາຫຼີເໜືອກຳລັງຫົວຂວັນວ່າອາເມຣິກາ "ບໍ່ເກັ່ງແທ້".
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment