ເມື່ອບໍ່ດົນມານີ້ ມີຊາວປະມົງຫາປາຈາກປະເທດຈີນ ຈັບປາໂຕໜຶ່ງໄດ້ ຊື່ຂອງມັນແມ່ນປາຈວດ (Croakers Fish ບໍ່ຮູ້ຄືກັນວ່າພາສາລາວ ກໍ່ຮ້ອງແນວນີ້ບໍ່?) ທີ່ໜັກປະມານ 62 ກິໂລກຣັມ ແລະ ເມື່ອເອົາໄປວາງຂາຍໃນຕະຫຼາດ ກໍ່ມີຄົນຊື້ໄປໃນລາຄາ 28,500 ຢວນ (ປະມານ 34,000,000 ກີບ) ຕໍ່ເຄິ່ງກິໂລ ແລະ ລວມມູນຄ່າທັງໝົດ 3.4 ລ້ານຢວນ (ປະມານ 4,053,478,000 ກີບ).
ລາຍງານຍັງລະບຸວ່າ ປາຈວດເປັນສັດທີ່ສ່ຽງຕໍ່ການສູນພັນ ເນື່ອງຈາກລາຄາຂອງມັນທີ່ສູງຫຼາຍ ຈົນມີຊາວເນັດບາງຄົນທ້ວງມາວ່າ ປາຈວດ ເປັນສັດອະນຸລັກແຫ່ງຊາດອັນດັບ 2 ບໍ່ແມ່ນຫວາ? ການທີ່ຈັບມາໄດ້ ແລ້ວນຳມາຂາຍ ເປັນສິ່ງທີ່ຖືກກົດໝາຍ ຫຼື ບໍ່? ແຕ່ວ່າພຽງແຕ່ກິນພຽງຄຳນ້ອຍໆ ກໍ່ເສຍເງິນຫຼາຍລ້ານກີບແລ້ວ.
ທັງນີ້ ປາຈວດ ນັບວ່າເປັນປາທີ່ຫາຍາກໃນຈີນ ແລະ ມີລາຄາແພງ ເນື່ອງຈາກເຊື່ອກັນວ່າ ປາດັ່ງກ່າວ ສາມາດບຳລຸງຮ່າງກາຍໄດ້ນັ້ນເອງ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຂອບໃຈແຫຼ່ງຂ່າວຈາກ: XinhuaNews, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
Comments
Post a Comment