ຄົນລວຍທີ່ສຸດຂອງບຣາຊິລ ຝັງລົດລາຄາ 9,417,592,000 ກີບ! ເພື່ອຂັບຫຼິ້ນເວລາຕາຍ ແຕ່ສຸດທ້າຍມີຫັກມູມ!!

 

 ປລ: ຂໍໃຫ້ອ່ານໃຫ້ຈົບ ແລ້ວເຈົ້າຈະເຂົ້າໃຈວ່າ ເປັນຫຍັງລາວຈຶ່ງເຮັດແບບນີ້!!!


ສຄາປ້າ (Thane Chiquinho Scarpa) ໜຶ່ງໃນຄົນທີ່ລວຍທີ່ສຸດຂອງບຣາຊິລ ໄດ້ສ້າງຄວາມຮືຮາໃຫ້ກັບຄົນບຣາຊິລ ໂດຍປະກາດວ່າ ຈະເຮັດການຝັງລົດ Bentley ມູນຄ່າກວ່າ 1 ລ້ານໂດລ່າ ຫຼື ປະມານ 9,417,592,000 ກີບ ເພື່ອທີ່ວ່າ ລາວຈະເອົາມັນມາຂັບຫຼິ້ນ ເມື່ອລາວຕາຍໄປ.

ສື່ຈຳນວນມະຫາສານໃຫ້ຄວາມສົນໃຈຂ່າວນີ້ ແລະ ວິຈານລາວໃນດ້ານລົບ ວ່າລວຍແຕ່ໂງ່ ທີ່ເອົາແນວດີດີມາຝັງ ຄວນທີ່ຈະເອົາໄປບໍລິຈາກ ຫຼື ຂາຍ ແລ້ວນຳເງິນມາຊ່ວຍຄົນທຸກ. ເຖິງຈະຖືກຊາວບ້ານດ່າ ແຕ່ສຄາປ້າ ຍັງຄົງຢືນຢັນທີ່ຈະຝັງລົດຫຼູຄັນແພງຕໍ່ໄປ ແລະ ມັນດຶງດູດໃຫ້ສື່ມາເຮັດຂ່າວຈຳນວນມະຫາສານ.

ແລະ ມາຮອດມື້ງານ ທີ່ຈະຝັງລົດ ງານນີ້ກໍ່ມີການຫັກມູມເກີດຂຶ້ນ!!!

ກ່ອນທີ່ລົດຈະເຄື່ອນລົງສູ່ຂຸມຝັງ ສຄາປ້າ ປະກາດຕໍ່ບັນດາສື່ວ່າ:

"ອ້າຍບໍ່ໄດ້ຕັ້ງໃຈຈະຝັງລົດແທ້ໆດອກນ້ອງເອີຍ"
"ທີ່ຊວນມາໃຫ້ເບິ່ງນີ້ ອ້າຍຢາກຈະປຽບທຽບໃຫ້ຟັງ"
"ຄົນໝົດປະເທດດ່າອ້າຍຫຼວງຫຼາຍ ເພາະວ່າອ້າຍຕ້ອງການຝັງລົດລາຄາລ້ານກວ່າໂດລ່າ ໄວ້ໃນຂຸມຝັງສົບຕົນເອງ"
"ແຕ່ຄວາມຈິງແລ້ວ ຄົນຈຳນວນຫຼາຍ ຝັງສິ່ງທີ່ມີຄ່າຍິ່ງກວ່າລົດຫຼູຂອງອ້າຍອີກ"

ແລ້ວລາວກໍ່ເວົ້າເສີມວ່າ:

"ຄົນເຮົາສ່ວນຫຼາຍ ຝັງທັງຫົວໃຈ ຝັງຕັບ ຝັງປອດ ຝັງຕາ ຝັງໄຕ ເຊິ່ງມັນຕະຫຼົກຫຼາຍ ເພາະມີຄົນເຈັບປ່ວຍຈຳນວນບໍ່ໜ້ອຍ ທີ່ເຂົາເຈົ້າຕ່້ອງການຂອງດີດີເຫຼົ່ານັ້ນ ແຕ່ສິ່ງທີ່ຫຼາຍຄົນເຮັດ ລວມທັງພວກນ້ອງໆ ກັບເອົາອະໄວຍະວະດີດີ ທີ່ຍັງໃຊ້ງານໄດ້ເມື່ອຕາຍໄປ ຝັງໄປກັບຕົນເອງ ທັງທີ່ມັນສາມາດຊ່ວຍຊີວິດຄົນນັບລ້ານ".

ແລ້ວ ສຄາປ້າ ກໍ່ຊວນອ້າຍນ້ອງນັກຂ່າວ ມາຮ່ວມໂຄງການບໍລິຈາກອະໄວຍະວະ ເມື່ອຕາຍໄປນຳກັນ. ແລະ ມັນກໍ່ໄດ້ຮັບຜົນຕອບຮັບທີ່ດີ.




າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຂອບໃຈແຫຼ່ງຂ່າວຈາກ: Marketing Pharmacist, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments