ເຊື່ອວ່າຫຼາຍຄົນຄົງເຫັນຜ່ານຕາມາແລ້ວກັບຄວາມງົດງາມຂອງ ນໍ້າຕົກຕາດແຊພະ ທີ່ຕັ້ງຢູ່ ໃນແຂວງອັດຕະປື ຢູ່ເມືອງ ສະໜາມໄຊ, ບ້ານຫີນລາດ ເຊິ່ງໄກຈາກເທດບານແຂວງອັດຕະປື ປະມານ 50 ກວ່າ km, ເສັ້ນທາງໄປ ຈະເປັນເສັ້ນທາງດິນແດງ, ຕາດແຊພະເປັນຕາດທີ່ສວຍງາມຫຼາຍ.
ຕາດແຊພະ ກວ້າງ 120 m, ສູງ 23 m ເກີດຈາກສາຍນໍ້າເຊປຽນ ທີ່ໄຫຼຜ່ານແຂວງອັດຕະປື, ມີບ່ອນຫຼີ້ນ ແລະ ອາບນໍ້າ ຫຼາຍບ່ອນ ຢູ່ເທິງສາຍນ້ຳ ແລະ ທາງເບື້ອງລຸ່ມ , ມີເຮືອໃຫ້ຂີ່ຫຼີ້ນ ຈາກສາຍນໍ້າເທິງຕາດ, ມີຫ້ອງນໍ້າ ແລະ ຮ້ານອາຫານ ແລະ ເຄື່ອງອຳນວຍຄວາມສະດວກຕ່າງໆ.
ນັບວ່າເປັນອີກຕາດ ທີ່ຈະເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມແຂວງອັດຕະປື ແລະ ເຮັດໃຫ້ອຸດສາຫະກໍາ ທ່ອງທ່ຽວຄືກຄື້ນ ບໍ່ໜ້ອຍແນ່ນອນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຂອບໃຈແຫຼ່ງຂ່າວຈາກ: ເລົ່າເລື່ອງເມືອງລາວ R, punmile, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
Comments
Post a Comment