ລາຍງານຈາກ ນາທີຊີວິດ ໃຫ້ຮູ້ວ່າ. ໃນວັນທີ 9 ພຶດສະພາ 2017 ມີຊາວຕ່າງປະເທດເປັນເພດຊາຍ ເປັນລົມໝົດສະຕິ ທີ່ຫ້ອງການລາວໂທລະຄົມສາຂານ້ຳພຸ ນະຄອນຫຼວງວຽງຈັນ. ພະນັກງານໄດ້ຊ່ວຍກັນ ກູ້ເອົາຊີວິດຂອງຜູ່ກ່ຽວໄດ້ໄວ້ທັນ.
ຈາກການບອກເລົ່າບອກວ່າ ເບື້ອງຕົ້ນ ຊາວຕ່າງປະເທດຄົນນີ້ໄດ້ເຂົ້າມາທີ່ຫ້ອງຫ້ອງບໍລິການລູກຄ້າ ລາວໂທລະຄົມ ສາຂານ້ຳພຸ ໂດຍພະນັກງານໄດ້ຖາມວ່າໃຫ້ ຊ່ວຍຫຍັງບໍ? ຊຶ່ງລາວກໍ່ຕອບວ່າຂໍພັກປະມານ 5 ນາທີ ຊຶ່ງກໍ່ຄິດວ່າ ຂໍພັກເຊົາຮ້ອນ ຈາກນັ້ນ ລາວກໍ່ໄດ້ລົ້ມລົງຫົວກະທົບພຶ້ນ ແຂນຂາເກັ໋ງ ມືງິກງໍ ແລະ ຕາເຫຼືອ ສີຜິວຫຼ່າເຫຼືອງ.
ຫາກທຸກຄົນຮຽນຮູ້ການຊ່ວຍເຫຼືອສຸກເສີນຂັ້ນຕົ້ນໄດ້ແບບນີ້ ອາດຊ່ວຍເຫຼືອໄດ້ຫຼາຍຮ້ອຍຊີວິດ ທີ່ປະສົບກັບການເຈັບປ່ວຍສຸກເສີນ ໃນເວລາວິກິດແບບນີ້ ເຖິງບໍ່ໄດ້ເຂົ້າມາຮຽນຮູ້ຝຶກອົບຮົມ ຈາກໂຮງໝໍ ຫຼື ໜ່ວຍກູ້ໄພ ກໍ່ສາມາດຮຽນຮູ້ຈາກແຫຼ່ງຂໍ້ມູນທາງອ້ອມ ໄດ້ຫຼາກຫຼາຍທາງ ຢ່າງໜ້ອຍເຖິງການປະຕິບັດຕົວຈິງ ຈະບໍ່ມີປະສົບການ ກໍ່ຍັງຮູ້ວິທີໃນການຊ່ວຍເຫຼືອທີ່ຖຶກຕ້ອງ ດີກວ່າຊ່ວຍຫຍັງບໍ່ໄດ້ ຫຼື ເຮັດບໍ່ເປັນ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຂອບໃຈແຫຼ່ງຂ່າວຈາກ: ນາທີຊີວິດ, ໂທລະໂຄ່ງ, ປະເທດລາວ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
Comments
Post a Comment