ຄົ້ນພົບໄດໂນເສົາສາຍພັນໃໝ່ໃນຈີນ ໜ້າຕາຄ້າຍຄືໄກ່!


ໄດໂນເສົາ ສາຍພັນໃໝ່ທີ່ຫາກໍ່ຄົ້ນພົບນີ້ ເປັນໄດໂນເສົາມີຂົນ ທີ່ເຊື່ອກັນວ່າ ເປັນບັນພະບຸລຸດ ໃນຍຸກເລີ່ມຕົ້ນຂອງນົກ. ການຄົ້ນພົບເທື່ອນີ້ ນຳທີມໂດຍນັກບູຮານຄະດີ ຈາກມົນທົນຫຼຽວໜິງ ຂອງຈີນ.

ຟອສຊິລ ທີ່ຫາກໍ່ຄົ້ນພົບນີ້ ມີອາຍຸປະມານ 125 ລ້ານປີ ໂດຍເປັນຟອສຊິລຂອງໄດໂນເສົາ ທີ່ມີຊື່ວ່າ Jianianhualong Tengi ເຊິ່ງເປັນໄດໂນເສົາເຊື້ອສາຍ Troodontid ໜຶ່ງໃນສາຍພັນໄດໂນເສົາ ທີ່ເປັນພີ່ນ້ອງໃກ້ຊິດທີສຸດ ກັບບັນດານົກສາຍພັນໃໝ່.

ໜຶ່ງໃນຄວາມສຳຄັນ ຂອງການຄົ້ນພົບເທື່ອນີ້ ເປັນການທີ່ນັກວິທະຍາສາດພົບວ່າ ໄດໂນເສົາສາຍພັນນີ້ມີ ເສັ້ນຂົນແບບສົມມາຕະຖານ ທີ່ໝາຍຄວາມວ່າ ເສັ້ນຂົນຂອງພວກມັນນັ້ນ ຈະມີດ້ານໜຶ່ງທີ່ກວ່້າງກວ່າອີກດ້ານໜຶ່ງ ເຊິ່ງເປັນປັດໄຈສຳຄັນສຳລັບການບິນ.

ແຕ່ຢ່າງໃດກໍ່ຕາມບໍ່ເປັນທີ່ຊັດເຈນວ່າ ໄດໂນເສົາ Jianianhualong Tengi ນີ້ ສາມາດບິນໄດ້ຫຼືບໍ່ ແລະ ທາງນັກວິທະຍາສາດຄາດຫວັງວ່າ ພວກເຂົາຈະຄົ້ນພົບໄດໂນເສົາ ມີຂົນສາຍພັນອື່ນອີກ ເພື່ອເຮັດຄວາມເຂົ້າໃຈກ່ຽວກັບວິວັດທະນາການ ຂອງເສັ້ນຂົນຫຼາຍຂຶ້ນ ຕະຫຼອດຈົນຄຳຕອບທີ່ວ່າ ເສັ້ນຂົນຂອງພວກມັນມີສ່ວນຊ່ວຍ ໃຫ້ໄດໂນເສົາຂະໜາດນ້ອຍເຫຼົ່ານີ້ບິນໄດ້ ຫຼື ບໍ່.



າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments