ຊ່າງຖ່າຍຮູບເຜີຍແຜ່ "ຊີວິດຂອງຄົນເກົາຫຼີເໜືອຂອງແທ້" ທີ່ທ່ານຜູ້ນຳ “ຄິມ ຈອງ ອຶນ” ບໍ່ຄ່ອຍປື້ມ!



ເວັບໄຊ້ The Sun ຂອງອັງກິດນຳສະເໜີຮູບຖ່າຍຕ້ອງຫ້າມ ໃນດິນແດນຂອງເກົາຫລີເໜືອ ໂດຍ ແກວິນ ຈອນ ອາຍຸ 31 ປີ ນັກຂ່າວຖ່າຍຮູບຂອງປະເທດການາດາ ຄັ້ງທີ່ລາວໄປກຸງປຽງຢາງ ເມື່ອປີ 2014 ແລະ ລັກເອົາມັນອອກມາເຜີຍແຜ່ ໃຫ້ຊາວໂລກຮັບຮູ້ ແຕ່ສຸດທ້າຍລາວກໍ່ຖືກຫ້າມເຂົ້າປະເທດເກົາຫຼີເໜືອ ຕະຫຼອດຊີວິດ.


“ເກົາຫຼີເໜືອເລິກລັບສຳລັບຂ້ອຍ ແລະ ຄົນອື່ນທົ່ວໂລກ ຄວາມເລິກລັບບໍ່ມີໃຜສາມາດທຽບໄດ້ ລວມທັງແຫຼ່ງຂໍ້ມູນອາດບິດເບືອນ ທັງໝົດຮຽກຮ້ອງໃຫ້ຂ້ອຍໄປສຳຜັດດ້ວຍຕົນເອງ ວ່າແມ່ນແທ້ ຫຼື ບໍ່ ຂ້ອຍຮູ້ສຶກວ່າ ມີຫຼາຍຢ່າງທີ່ໄດ້ຮັບ”.


“ການໄປເກົາຫຼີເໜືອ ເໝືອນກັບການກ້າວໄປສູ່ຍຸກ ສະຫະພາບໂຊວຽດໃນທົດສະວັດທີ 1970 ຢ່າງແທ້ຈິງ ທຸກສິ່ງທຸກຢ່າງຈາກເສື້ອຜ້າ ລົດ ແລະ ສະຖາປັດຕະຍະກຳ ມາຈາກຍຸກອະດີດ ທີ່ສະແດງອອກເປັນຂອງລັດ ຢູ່ທຸກຫົນແຫ່ງ”.


“ໂປສເຕີ ໂຄສະນາຊວນເຊື່ອ ແຫ່ງກອງທັບທີ່ຍິ່ງໃຫຍ່ ທຸງທີ່ປິວສະບັດແຂວນຢູ່ທຸກຫົວມູມຂອງຫົນທາງ ແລະ ບ້ານເຮືອນ ທຸກມື້ຂ້ອຍພົບກັບຄົນເກົາຫຼີເໜືອ ທີ່ໃຈດີ ແລະ ອ່ອນໂຍນ ມີຄວາມສົງໄສເມື່ອເຫັນຂ້ອຍ ແລະ ຂ້ອຍໄດ້ຖ່າຍຮູບໄປທີ່ຄົນເຫຼົ່ານັ້ນ”.


ແກວິນ ບໍ່ໄດ້ເຜີຍໂຕຕົນວ່າເປັນນັກຂ່າວ ກ່ອນທີ່ຈະເດີນທາງເຂົ້າເກົາຫຼີເໜືອ ລວມທັງໄດ້ຖ່າຍຮູບມູມຕ້ອງຫ້າມ ເຊັ່ນ: ທະຫານຕອນພັກຜ່ອນ.


ແກວິນຫວັງວ່າ ຮູບຖ່າຍຊຸດນີ້ ຈະສາມາດສະແດງໃຫ້ເຫັນວ່າ ຄົນເກົາຫຼີເໜືອກໍ່ບໍ່ໄດ້ແຕກຕ່າງຈາກຄົນອື່ນ.











າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: , ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments