“Room 39” ໜ່ວຍລັບຂອງເກົາຫຼີເໜືອ ທີ່ທົ່ວໂລກວ່າ “ຄ້າຢາ-ຜະລິດເງິນປອມ” ສ້າງຄວາມຮັ່ງມີໃຫ້ເກົາຫຼີເໜືອ


“Office 39” ຫຼື ທີ່ເອີ້ນອີກຊື່ໜຶ່ງວ່າ “Room 39” ເປັນອົງກອນລັບຂອງລັດຖະບານເກົາຫຼີເໜືອ ທີ່ມີໜ້າທີ່ເຮັດທຸກວິຖີທາງ ທີ່ຈະນຳເງິນຕາຕ່າງປະເທດເຂົ້າມາໃນປະເທດໃຫ້ຫຼາຍທີ່ສຸດ ກໍ່ຕັ້ງໃນທ້າຍທົດສະວັດທີ 70 ໂດຍອະດີດຜູ້ນຳສູງສຸດ ຄິມ ອິລ ຊຸງ ຜູ້ເປັນປູ່ຂອງ ຄິມ ຈອງ ອຶນ ຜູ້ນຳຄົນປະຈຸບັນ.

“Room 39” ທົ່ວໂລກອະທິບາຍໄວ້ວ່າ ເປັນສູນກາງທີ່ຢູ່ເບື້ອງຫຼັງ “ເສດຖະກິດທີ່ລັດເປັນເຈົ້າຂອງທັງໝົດ” ຂອງເກົາຫຼີເໜືອ ສາມາດຫາເງິນປ້ອນໃຫ້ກັບຜູ້ນຳເກົາຫຼີເໜືອ ປີລະ 500-1,000 ລ້ານໂດລ່າ ໂດຍຈຸດປະສົງຫຼັກແມ່ນການຫາເງິນປ້ອນໃຫ້ກັບຜູ້ນຳສູງສຸດນັ້ນເອງ ເຊິ່ງວິທີການອາດລວມທັງຖືກ ແລະ ຜິດກົດໝາຍ.

Financial Time ແລະ Washington Post ລາຍງານວ່າ “Room 39” ພາຍໃຕ້ການນຳຂອງ ຄິມ ຈອງ ອຶນ ເປັນຜູ້ຜະລິດເງິນປອມ 100 ໂດລ່າ ທີ່ຄືຂອງແທ້ຫຼາຍ ທີ່ລັດຖະບານອາເມຣິກາເອີ້ນວ່າ “Super Dollar” ໃຊ້ໃນການຫາລາຍໄດ້ ນອກຈາກນັ້ນ ອົງກອນນີ້ຍັງມີບົດບາດໃນຂະແໜງ ຢາເສບຕິດຂອງໂລກ ແລະ ແຫຼ່ງຂ່າວໜຶ່ງຈາກສຳນັກຂ່າວ NKNews ລະບຸວ່າ “Room 39” ເປັນໜຶ່ງໃນໜ່ວຍງານ ທີ່ຜະລິດແອມເຟຕາມິນ ແລະ ສາມາດຫັນໄປຜະລິດຢາໄອຊ໌ ແລະ ໄດ້ສົ່ງໄປຂາຍທີ່ປະເທດຍີ່ປຸ່ນ ເປັນຈຳນວນຫຼາຍ.

ສ່ວນໜຶ່ງໃນຄວາມລວຍຂອງຜູ້ນຳເກົາຫຼີເໜືອ ສະທ້ອນຜ່ານລາຍງານຂອງ “Business Insider” ເມື່ອປີ 2013 ລະບຸວ່າ ຄິມ ຈອງ ອຶນ ມີເງິນເກັບໃນທະນາຄານຂອງຕ່າງປະເທດຈຳນວນຫຼາຍເຖິງ 5,000 ລ້ານໂດລ່າ ທົ່ວໂລກ.

ນອກຈາກທຸລະກິດຢາເສບຕິດແລ້ວ “Room 39” ຍັງມີບໍລິສັດໃຫຍ່ ທີ່ກະຈາຍຢູ່ທົ່ວໂລກຈຳນວນຫຼາຍ ສ້າງເງິນຜ່ານທາງທຸລະກິດທີ່ຖືກ ແລະ ຜິດກົດໝາຍ ຈຳໜ່າຍ ແລະ ສົ່ງອອກອາວຸດ ລັກພາໂຕ ແລະ ລ່າສຸດ “Room 39” ຕົກເປັນໜຶ່ງໃນກຸມຕ້ອງສົງໄສ ເບື້ອງຫຼັງການສັງຫານ ຄິມ ຈອງ ນັມ ອ້າຍຕ່າງແມ່ຂອງ ຜູ້ນຳ ຄິມ ຈອງ ອຶນ ເຊິ່ງເສຍຊີວິດຢ່າງເປັນປິດສະໜາ ທີ່ປະເທດມາເລເຊຍ. ທົ່ວໂລກຮັບຮູ້ວ່າ “Room 39” ເປັນອົງກອນລັບທີ່ມີແທ້ ແຕ່ທາງເກົາຫຼີເໜືອ ມັກອອກມາປະຕິເສດເລື່ອງນີ້.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.



Comments