ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 3 ພຶດສະພາວ່າ ເກິ່ງ ສ່ວງ ໂຄສົກກະຊວງການຕ່າງປະເທດຈີນ ຖະແຫຼງການເມື່ອວັນອັງຄານ ຢໍ້າຊັດເຈນວ່າ ຈຸດຢືນຂອງລັດຖະບານຈີນ ໃນການຄັດຄ້ານ ການຕິດຕັ້ງລະບົບປ້ອງກັນຂີປະນາວຸດ THAAD ແລະ ຂໍໃຫ້ຝ່າຍທີ່ກ່ຽວຂ້ອງຢຸດຕິ ການຕິດຕັ້ງ ໂດຍໄວທີ່ສຸດ ເນື່ອງຈາກລັດຖະບານຈີນ ຈະໃຊ້ມາຕະການທີ່ຈຳເປັນທຸກຢ່າງ ເພື່ອປົກປ້ອງຜົນປະໂຫຍດ ຂອງຕົນເອງ.
ແຕ່ຢ່າງໃດກໍ່ຕາມ ເກິ່ງ ສ່ວງ ສະແດງຄວາມສະໜັບສະໜູນ ກັບການທີ່ປະທານາທິບໍດີ ໂດນັລດ໌ ທຣັມ ສະແດງຄວາມພ້ອມໃນການເຈລະຈາ ແບບໂຕຕໍ່ໂຕກັບ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເພື່ອແກ້ໄຂບັນຫາເທິງແຫຼມສະໝຸດເກົາຫຼີ.
ດ້ານແຫຼ່ງຂ່າວດ້ານຄວາມໝັ້ນຄົງ ຂອງກອງທັບອາເມຣິກາກ່າວວ່າ ລະບົບປ້ອງກັນຂີປະນາວຸດ THAAD ເຊິ່ງຕັ້ງຢູ່ທີ່ເມືອງຊອງຈູ ທາງພາກໃຕ້ຂອງເກົາຫຼີໃຕ້ ພ້ອມໃຊ້ງານຂັ້ນທຳອິດແລ້ວ ແຕ່ການສອດແນມ ແລະ ການຍິງສະກັດຂີປະນາວຸດແມ່ນຍັງເຮັດໄດ້ໃນແບບທີ່ຈຳກັດ ຂະນະທີ່ທາງປະຊາຊົນເກົາຫຼີໃຕ້ເອງ ກໍ່ໄດ້ພາກັນ ປະທ້ວງຢ່າງໜັກ ຕໍ່ກັບການຕິດຕັ້ງໃນເທື່ອນີ້.
ນອກຈາກນີ້ ເສດຖະກິດຂອງເກົາຫຼີໃຕ້ ຍັງໄດ້ຮັບຜົນກະທົບຢ່າງຫນັກ ນັບຕັ້ງແຕ່ເລີ່ມມີການຂົນຊີ້ນສ່ວນ ຂອງລະບົບ THAAD ເຂົ້າມາໃນປະເທດ ເມື່ອເດືອນມີນາທີ່ຜ່ານມາ ເຊິ່ງເຮັດໃຫ້ທາງຈີນຂວໍ້າບາດທາງດ້ານ ເສດຖະກິດ ລວມທັງຂະແໜງການທ່ອງທ່ຽວ ແລະ ບັນເທີງຈາກເກົາຫຼີໃຕ້ ເປັນຈຳນວນຫຼວງຫຼາຍ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment