ລາວເນັ້ນປະຕິບັດ "ນະໂຍບາຍ ອັດຕາແລກປ່ຽນ" ເພື່ອຮັກສາ ສະຖຽນລະພາບເງິນຕາ


ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຮູ້ວ່າ: ການເໜັງຕີງຂອງລາຄາສີນຄ້າ ແລະ ອັດຕາແລກປ່ຽນ, ໄດ້ສົ່ງຜົນກະທົບໂດຍກົງຕໍ່ຄວາມເຊື່ອໝັ້ນຂອງສັງຄົມ, ໂດຍສະເພາະເຮັດໃຫ້ລາຄາສິນຄ້າ ພາຍໃນປະເທດເພີ່ມຂຶ້ນ, ເກີດບັນຫາເງິນເຟີ້, ທັງເຮັດໃຫ້ການລົງທຶນ ແລະ ການອອມເງິນຂອງສັງຄົມຫລຸດລົງ, ສຸດທ້າຍກໍສົ່ງຜົນສະທ້ອນ ໃນທາງລົບ ຕໍ່ການຂະຫຍາຍຕົວດ້ານເສດຖະກິດ. ສະນັ້ນຈຶ່ງມີຄວາມຈໍາເປັນ ໃນການປະຕິບັດ ນະໂຍບາຍອັດຕາແລກປ່ຽນ ເພື່ອຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ໝັ້ນຄົງ.

ທຫລ ໃຫ້ຮູ້ວ່າ: ຈາກສະພາບຕົວຈິງຜ່ານມາ, ສາເຫດຂອງເງິນເຟີ້ຢູ່ປະເທດເຮົາເກີດຈາກປັດໄຈຕົ້ນທຶນ ເປັນຕົວ ຍູ້ດັນເປັນຕົ້ນຕໍ, ຍ້ອນມີການນຳເຂົ້າຫລາຍ ແລະ ນຳໃຊ້ຫລາຍສະກຸນເງິນ, ຈາກບັນຫາດັ່ງກ່າວ ທຫລ ຈຶ່ງເນັ້ນໃສ່ການປະຕິບັດນະໂຍບາຍ ອັດຕາແລກປ່ຽນເປັນຫລັກ ເພື່ອຮັກສາສະຖຽນລະພາບ ໃຫ້ມີຄວາມສະຫງົບ, ບໍ່ໃຫ້ມີຜົນກະທົບຕໍ່ລາຄາສິນຄ້ານຳເຂົ້າ, ບໍ່ໃຫ້ກະທົບຈາກສະພາບເງິນເຟີ້, ຊຶ່ງໄດ້ກຳນົດຂອບເຂດການເໜັງຕີງ ອັດຕາແລກປ່ຽນ ຢູ່ລະດັບບໍ່ໃຫ້ເກີນຕົວເລກດຽວ+/-5%, ກຳນົດອັດຕາແລກປ່ຽນອ້າງອີງ ກີບຕໍ່ໂດລາສະຫະລັດ ໃນປະຈຳວັນໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນປະຕິບັດໃນຂອບເຂດ +/-0,25% ສຳລັບເງິນກີບ ຕໍ່ໂດລາສະຫະລັດ, 0,75% ສຳລັບເງິນກີບທຽບເງິນບາດ (ສະກຸນເງິນໄທ) ແລະ 2% ສຳລັບສະກຸນເງິນອື່ນໆ.

ພ້ອມທັງມີການດັດສົມຕະຫລາດເງິນຕາຕ່າງປະເທດ ໂດຍໃຊ້ຄັງສຳຮອງເງິນຕາຕ່າງປະເທດ ເມື່ອເຫັນວ່າຈຳເປັນ ເພື່ອຮັບປະກັນອັດຕາແລກປ່ຽນ ຢູ່ໃນລະດັບທີ່ກຳນົດ. ຈາກການປະຕິບັດດັ່ງກ່າວ ໄດ້ເຮັດໃຫ້ອັດຕາແລກປ່ຽນ ເງິນກີບມີຄວາມສະຫງົບ ແລະ ເຄື່ອນໄຫວໃນຂອບເຂດກຳນົດໄວ້, ເງິນກີບອ່ອນຄ່າປະມານ 0,04% ທຽບໃສ່ ເງິນໂດລາສະຫະລັດ ແລະ 0,27% ທຽບໃສ່ເງິນບາດ, ຂະນະດຽວກັນອັດຕາເງິນເຟີ້ ຢູ່ໃນລະດັບຕໍ່າ 1,46% ໃນເດືອນມີນາ 2017, ອັນໄດ້ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນສູງຂຶ້ນ, ທັງສາມາດຈຳກັດໄດ້ການຊຳລະ ເປັນເງິນຕາຕ່າງປະເທດ ໃນລະດັບດີສົມຄວນ.

ສໍາລັບບັນຫາທີ່ສັງຄົມມີຄວາມສົນໃຈຫລາຍວ່າ: ໃນສະພາບລາຄາສິນຄ້າ ມີການເໜັງຕີງສູງຂຶ້ນ ແລະ ການເໜັງຕີງຂອງອັດຕາແລກປ່ຽນ ເງິນກີບທຽບໃສ່ເງິນໂດລາສະຫະລັດ ແລະ ເງິນບາດ, ໂດຍສະເພາະປະຊາຊົນລຽບຕາມຊາຍແດນ ແລະ ພາກທຸລະກິດນຳເຂົ້າ-ສົ່ງອອກ, ທະນາຄານສາມາດ ຮັກສາສະຖຽນລະພາບການເງິນ-ເງິນຕາຄືແນວໃດ? ໂດຍທະນາຄານຊີ້ແຈງວ່າ: ເມື່ອສະພາບລາຄາສິນຄ້າ ແລະ ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນຕາຕ່າງປະເທດ ມີການເໜັງຕີງ ເຮັດໃຫ້ອັດຕາແລກປ່ຽນທາງການ ແລະ ຕະຫລາດແລກປ່ຽນນອກລະບົບຫລຸດລື່ນຫລາຍນັ້ນ, ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນຂອງ ທຫລ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ເຫັນວ່າ ແມ່ນບັນຫາໜຶ່ງ ທີ່ມີຄວາມຫຍຸ້ງຍາກ, ໂດຍສະເພາະໃນເງື່ອນໄຂລາຄານ້ຳມັນ ມີທ່າອ່ຽງເພີ່ມຂຶ້ນ ບວກກັບທ່າອ່ຽງເງິນໂດລາສະຫະລັດ ຢູ່ຕະຫລາດສາກົນແຂງຄ່າຂຶ້ນ, ແມ່ນຈະສົ່ງຜົນກະທົບຕໍ່ຄ່າເງິນໃນພາກພື້ນ ແລະ ສປປ ລາວ. ແຕ່ແນວໃດກໍຕາມ , ໃນສະພາບການຄືດັ່ງກ່າວ ທຫລ ຍັງຈະສູ້ຊົນຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນຂອງຕົນ ຕາມແຜນເງິນຕາປະຈໍາປີ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ ເພື່ອຮັກສາສະຖຽນລະພາບເງິນຕາ ແຫ່ງຊາດ ໃຫ້ມີຄວາມສະຫງົບທີ່ສຸດ, ໃນນັ້ນຈະສຸມໃສ່ແກ້ໄຂບັນຫາ ສ່ວນຕ່າງອັດຕາແລກປ່ຽນທາງການ ແລະ ຕະຫລາດນອກລະບົບ ໃຫ້ກັບເຂົ້າສູ່ສະພາບປົກກະຕິ, ສະໜອງເງິນຕາຕ່າງປະເທດໃຫ້ສັງຄົມໃນລະດັບເໝາະສົມ ຕາມລະບຽບກົດໝາຍ ແລະ  ປັດຈຸບັນ ທຫລ ພວມທົບທວນການຄຸ້ມຄອງເງິນຕາຕ່າງປະເທດ, ປັບປຸງກົນໄກການສະໜອງເງິນຕາຕ່າງປະເທດ ແກ່ສັງຄົມໃຫ້ເຂັ້ມງວດ, ຮັດກຸມ ແລະ ຈະດຳເນີນການປະມູນການຊື້-ຂາຍເງິນຕາຕ່າງປະເທດ ໃຫ້ມີປະສິດທິຜົນ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
 
ຂອບໃຈແຫຼ່ງຂ່າວຈາກ: ລາວພັດທະນາ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments