ບໍລິສັດກາເຟຊື່ດັງຂອງລາວ "ດາວເຮືອງ" ອອກມາຊີ້ແຈງວ່າ "ສີສຸກ ດາວເຮືອງ" ບໍ່ກ່ຽວກັນທາງສາຍເລືອດເລີຍ




ທ້າວສີສຸກ ດາວເຮືອງ ຜູ້ຕ້ອງຫາຄ້າຢາເສບຕິດ ທີ່ຖືກເຈົ້າໜ້າທີ່ ຕໍາຫຼວດ ຈັບຢູ່ແຂວງຫລວງພະບາງ ບໍ່ແມ່ນຄົນ ຢູ່ໃນຕະກູນ ບໍລິສັດ ດາວເຮືອງ ເຊິ່ງເປັນບໍລິສັດຕົວແທນຈຳໜ່າຍ ກາເຟຊື່ດັງຂອງລາວ.
ເຈົ້າຂອງບໍລິສັດດາວເຮືອງ ຊື່ວ່ານາງ ເຮືອງ ລິດດັງ ແລະ ລູກສາວຊື່ ດາວ ເຊິ່ງບໍ່ມີການພົວພັນ ທາງສາຍຍາດກັບ ທ້າວສີສຸກ ດາວເຮືອງ ຜູ້ຕ້ອງຫາຄ້າຢາເສບຕິດ, ຜູ້ຈັດການ ຮ້ານກາເຟດາວເຮືອງ ທີ່ຫລວງພະບາງໄດ້ກ່າວວ່າ:

"ບໍ່ ບໍ່ກ່ຽວເລີຍທ່ານນາງ ດາວເຮືອງນີ້ ນາມສະກຸນ ລິດດັງ ບໍ່ແມ່ນ ສີສຸກ ດາວເຮືອງ ອັນນັ້ນເປັນ ນາມສະກຸນ ຂອງເຂົາເຈົ້າຕ່າງຫາກ. ເພິ່ນຫັ້ນ ນາມສະກຸນ ດາວເຮືອງ ແຕ່ຂອງເຮົານີ້ ລະແມ່ນ ດາວເຮືອງນີ້ແມ່ນ ລູກສາວຊື່ດາວ ແມ່ຫັ້ນຊື່ເຮືອງ ແຕ່ນາມສະກຸນນັ້ນ ລີດດັງ ຄົນລະອັນເດີ".

ທ່ານອອກມາອະທິບາຍເລື່ອງນີ້ ແມ່ນຫຼັງຈາກເຈົ້າໜ້າທີ່ ສະເພາະກິດຂອງໜ່ວຍປ້ອງກັນ ຄວາມສະຫງົບ ໄດ້ຈັບກຸມ ທ້າວສີສຸກ ດາວເຮືອງ ຜູ້ຕ້ອງສົງໃສ ຄ້າຢາເສບຕິດລາຍໃຫຍ່ ໃນວັນທີ 1 ເມສາ ໃນຂະນະທີ່ຜູ້ກ່ຽວ ກັບໝູ່ໃກ້ຊິດ ກໍາລັງນັ່ງກິນເຂົ້າ ຢູ່ຮ້ານອາຫານແຫ່ງນຶ່ງ ໃນເມືອງຫລວງພະບາງ, ແຕ່ບໍ່ແມ່ນຖືກຈັບຢູ່ ຮ້ານກາເຟດາວເຮືອງ ຕາມທີ່ຄົນເວົ້າກັນ ຢູ່ໃນສື່ສັງຄົມອອນລາຍ. ດັ່ງຜູ້ຈັດການທ່ານນີ້ ກ່າວອີກວ່າ:

"ເຫັນເຂົາເຈົ້າລົງຂ່າວຫັ້ນເປັນ ຮ້ານອາຫານຫນຶ່ງຕ່າງຫາກນະ ບໍ່ແມ່ນຢູ່ຮ້ານກາເຟດາວ ເຈົ້າ. ເບິ່ງແຕ່ຮູບຫັ້ນເດ ຝາຄົນລະແບບ ຝາຊີມັງ ແລະ ກະຕິດລວດລາຍ ເປັນໄມ້ ເປັນຮ້ານອີ່ຫຍັງນະ ບໍ່ໄດ້ກ່ຽວກັບຮ້ານດາວເລີຍ".

ຜູ້ຈັດການຮ້ານກາເຟດາວເຮືອງ ອອກມາຢືນຢັນຄັ້ງນີ້ ໂດຍຫວັງໃຫ້ມວນຊົນ ແລະ ຜູ້ໃຊ້ສື່ສັງຄົມອອນລາຍ ເຂົ້າໃຈວ່າ ສີສຸກ ດາວເຮືອງ ບໍ່ມີສ່ວນກ່ຽວ ທາງສາຍຍາດຫຍັງ ກັບຄົນໃນ ຕະກູນຂອງ ບໍລິສັດດາວເຮືອງ ທີ່ເປັນຕົວແທນຈຳໜ່າຍ ກາເຟດາວເຮືອງຊື່ດັງ ໃນລາວ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments