ການຕໍ່ສູ້ເພື່ອປົດປ່ອຍຕົນເອງ ອອກຈາກການກົດຂີ່ຂູດຮິດ ຫຼື ໃຫ້ຫຼຸດພົ້ນຈາກການເປັນແຮງງານ ແບບຂ້າທາດ ໄດ້ກຳເນີດເກີດຂຶ້ນເປັນແຕ່ລະໄລຍະ ໃນຕອນທ້າຍ ຂອງສັດຕະວັດທີ 18 ການເຄື່ອນໄຫວ ເພື່ອຕໍ່ສູ້ໃຫ້ຫຼຸດ ຊົ່ວໂມງການເຮັດວຽກລົງ ໂດຍໄດ້ຂະຫຍາຍ ວົງກວ້າງແຜ່ລາມໄປໃນຫຼາຍປະເທດ ທັງຢູໂຣບ ແລະ ອາເມລິກາ, ອາເມລິກາໃຕ້, ຍີ່ປຸ່ນ ແລະ ອອສເຕຣເລຍ.
ໃນນັ້ນຢູ່ທີ່ປະເທດລັດເຊຍ ກໍມີການນັດຫຍຸດງານຂອງຄົນງານ ໄຣໄມໂຊໂຊບ, ໃນປະເທດຝຣັ່ງ ກໍມີການ ນັດຫຍຸດງານຂອງຄົນງານເໝືອງແຮ່ ໃນປີ ຄ.ສ 1882 ແລະ ມີການນັດຫຍຸດງານ ໃນປະເທດອາເມລິກາຫຼາຍໆຄັ້ງ ໃນປີ ຄ.ສ 1884 ຫາ 1886 ແລະ ໃນວັນທີ 1 ເດືອນພຶດສະພາ ຄ.ສ 1886 ໄດ້ມີການໂຮມຊຸມນຸມ ເດີນຂະບວນ ເພື່ອຮຽກຮ້ອງໃຫ້ນາຍທຶນ ຫຼຸດຊົ່ວໂມງໃນການເຮັດວຽກລົງ ໃຫ້ເຫຼືອພຽງມື້ລະ 8 ຊົ່ວໂມງ ຊຶ່ງມີຜູ້ໃຊ້ແຮງງານເຂົ້າ ຮ່ວມນັບແສນຄົນ ເຮັດໃຫ້ພວກນາຍທຶນທີ່ກຳອຳນາດ (ເປັນລັດຖະບານໃນເວລານັ້ນ) ໃຊ້ອາວຸດທຸບຕີ, ແກວ່ງລະເບີດ ແລະ ໃຊ້ປຶນຍິງເຂົ້າໃສ່ຄົນງານທີ່ມາຊຸມນຸມ ເດີນຂະບວນຈົນບາດເຈັບລົ້ມຕາຍ ໄປເປັນຈຳນວນຫຼາຍ ສ່ວນທີ່ເຫຼືອ ກໍຖືກຈັບກຸມຄຸມຂັງ ແລະ ໄດ້ຖືກຕັດສິນລົງໂທດປະຫານຊີວິດ ໃນຂໍ້ຫາກະບົດ.
ເຖິງແມ່ນນວ່າຂະບວນການ ດັ່ງກ່າວຈະຖືກປາບປາມຢ່າງໂຫດຮ້າຍປ່າເຖື່ອນ ຢ່າງຮຸນແຮງກໍຕາມ ແຕ່ຂະບວນການກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນເວລານັ້ນ ກໍຍັງບໍ່ໄດ້ປະລະຄວາມຕັ້ງໃຈ ກົງກັນຂ້າມພັດລວມໂຕກັນຢ່າງໜຽວແໜ້ນ ແລະ ມີຈິດໃນເດັດດ່ຽວຕໍ່ອຸດົມການຂອງພວກເຂົາເຈົ້າ ທີ່ຈະຕໍ່ສູ້ເ ພື່ອຊົນຊັ້ນກຳມາຊີບຕໍ່ໄປ ຈົນມາຮອດ ປີ ຄ.ສ 1890 ຂະບວນການກຳມະກອນ ຈາກບັນດາປະເທດຕ່າງໆ ໄດ້ເຄື່ອນໄຫວໃຫ້ມີການ ປະຊຸມຂຶ້ນຄັ້ງທຳອິດໃນວັນທີ 14 ກໍລະກົດ ປີ ຄ.ສ 1889 ໂດຍ ມີຈຳນວນ 20 ປະ ເທດເຂົ້າຮ່ວມຊຶ່ງມີຕົວແທນຈາກ ຢູໂຣບ 18 ປະເທດ ແລະ 2 ປະເທດມາຈາກອອສເຕຣເລຍ ແລະ ອາເມລິກາ.
ໃນກອງປະຊຸມ ໄດ້ພິຈາລະນາ ປັນຫາຂອງຜູ້ໃຊ້ແຮງງານ ທີ່ເກີດຂຶ້ນຢູ່ໃນເມື່ອກ່ອນມີດັ່ງນີ້:
- ໃຫ້ຫຼຸດຊົ່ວໂມງການເຮັດວຽກລົງ ເນື່ອງຈາກຄົນໃຊ້ແຮງງານເຮັດເຖິງມື້ລະ 15-16 ຊົ່ວໂມງ ມາເປັນມື້ 8 ຊົ່ວໂມງ ເພື່ອໃຫ້ຄົນງານມີເວລາພັກຜ່ອນ, ສຶກສາຄົ້ນຄວ້າຍົກລະດັບທາງດ້ານການເມືອງ ແລະ ເຂົ້າຮ່ວມກິດຈະກຳ ທາງດ້ານວັດທະນະທຳ-ສັງຄົມອື່ນໆ.
- ພິຈາລະນາຄຸ້ມຄອງແຮງງານເດັກ ແລະ ແຮງງານແມ່ຍິງ ຊຶ່ງມີຊົ່ວໂມງການເຮັດວຽກ ຫຼາຍກວ່າຜູ້ຊາຍ ແຕ່ໄດ້ຄ່າຈ້າງຕ່ຳ.
- ພິຈາລະນາສະຫວັດດີການສັງຄົມ ໃນການເຮັດວຽກ ແລະ ປັບປຸງສະພາບແວດລ້ອມໃນການເຮັດວຽກ ຊຶ່ງໝາຍເຖິງທີ່ພັກອາໃສ, ນ້ຳດື່ມສະອາດ, ແສງ, ສີ, ສຽງ ແລະ ສະຫວັດດີການອື່ນໆ.
- ພິຈາລະນາການຈ່າຍຄ່າ ແຮງງານທີ່ເປັນທຳໂດຍຄຳນຶງ ເຖິງຄ່າຄອງຊີບໃນເວລານັ້ນ.
- ພິຈາລະນາກ່ຽວກັບສິດທິ ການນັດຢຸດງານ, ການຊຸມນຸມ ເດີນຂະບວນ ແລະ ສະແດງພະລັງ ໂດຍທີ່ປະຊຸມໄດ້ມີມະຕິກຳນົດໃຫ້ວັນທີ 1 ພຶດສະພາຂອງທຸກໆປີ ເປັນວັນຢຸດງານ ແຕ່ໃຫ້ຜູ້ໃຊ້ແຮງ ງານໄດ້ຮັບຄ່າຈ້າງປົກກະຕິ ແລະ ເປັນວັນເດີນຂະບວນ ສະແດງພະລັງຄວາມພ້ອມພຽງຂອງຊົນຊັ້ນ ກຳມະກອນໃນປະເທດຕ່າງໆໃນ ທົ່ວໂລກ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment