ເຈົ້າພາບທຸ້ມງົບ 10 ​ຕື້ກວ່າກີບ!!! ປັ້ນນັກກິລາຮອງຮັບ “ຊຽງຂວາງ ເກມ 2018”



ແຂວງ​ຊຽງ​ຂວາງ ກຽມທຸ້ມງົບປະມານມະຫາສານເຖິງ 10 ຕື້ກວ່າ​ກີບ ກຽມ​ສົ່ງ​ຄະນະ​ນຳ, ຄູ​ເຝິກ ​ແລະ ນັກ​ກິລາ ຈຳນວນ 800 ກວ່າ​ຄົນ ​ຈາກ 27 ປະເພດກິລາ ເຂົ້າຮ່ວມຊີງໄຊໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນທ້າຍປີ 2018... ຂະນະທີ່ ຮອງຫົວໜ້າພະແນກ ສກຂ ຊຽງຂວາງ ລະບຸ ໃນຕົ້ນປີໜ້າ ຈະເລີ່ມເກັບຕົວເຝິກຊ້ອມນັກກິລາ ຢ່າງເປັນທາງການ.

ຕາມການລາຍງານຂອງ ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໃນຕອນເຊົ້າວານນີ້ (26 ເມສາ) ວ່າ: ເພື່ອເປັນການກະກຽມຄວາມ ພ້ອມຢ່າງຮອບດ້ານ ກຽມເປັນເຈົ້າພາບທີ່ດີ ໃນການຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນທ້າຍປີ 2018, ​ແຂວງ​ຂອງພວກເຮົາ ​ໄດ້​ມີ​ການ​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ຢ່າງ​ລະອຽດ ​ເພື່ອ​ຫ້າງ​ຫາ​ກະກຽມ​ໃຫ້​ເປັນ​ໄປ​ຕາມ​ແຜນ​ການທີ່​ວາງ​ໄວ້ ໂດຍສະເພາະວຽກງານການກະກຽມທັບນັກກິລາ ໃນປັດຈຸບັນໄດ້ກຳນົດໃຫ້ບັນດາສະຫະພັນກິລາ ແຕ່ລະປະເພດ ໃນຈຳນວນ 27 ປະເພດ ທີ່ບັນຈຸເຂົ້າແຂ່ງຂັນໃນງານກິລາ ຊຽງຂວາງ ເກມ 2018 ໄດ້ມີການຄັດເລືອກຫານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ຈຸບັນ​ເຂົ້າເປັນນັກກິລາແຂວງ ໃຫ້ໄດ້ຕາມຈຳນວນ ແລະ ເປົ້າໝາຍຢ່າງມີຄຸນະພາບ ເພື່ອຮັບປະກັນໃນການສ້າງຜົນງານ ທີ່​ຕັ້ງ​ເປົ້າ​ໝາຍ​ໄວ້​ຈະ​ສູ້​ຊົນ​ສ້າງ​ຜົນງານ​ໃຫ້​ດີກ​ວ່າ​ເກົ່າ. ​ແນວ​ໃດ​ກໍ່​ດີ, ໃນຕົ້ນປີ 2018 ຈະຮຽກຕົວນັກກິລາທຸກໆຄົນ ເຂົ້າສູນເກັບຕົວເຝິກຊ້ອມ ເພື່ອພັດທະນາ ໃຫ້ເຂົາເຈົ້າມີຄວາມຊຳນິຊຳນານທາງດ້ານເທັກນິກ, ທັກສະ ແລະ ປະສົບການໃຫ້ສູງກວ່າເກົ່າ.

ທ່ານ ທອງຜິວ ສີປັນຍາ ກ່າວ​ຕື່ມ​ອີກ​ວ່າ: ​ໃນ​ງານ​ກິລາ ​ຊຽງ​ຂວາງ ເກມ 2018 ຄາດ​ວ່າ​ຈະ​ໄດ້​ນຳ​ໃຊ້​ງົບປະມານ​ທັງ​ໝົດ 10 ຕື້​ກວ່າກີບ ​ໂດຍຈະ​ສົ່ງ​ຄະນະ​ນຳ, ຄູ​ເຝິກ ​ແລະ ​ນັກ​ກິລາ ຈຳນວນ 800 ກວ່າ​ຄົນ ຈາກ 27 ປະ​ເພດ​ກິລາ ​ເຂົ້າ​ຮ່ວມ​ແຂ່ງຂັນ ​ແລະ ​ໃນ​ປັດຈຸບັນ​ກຳລັງ​ຢູ່​ໃນ​ບັນຍາກາດ​ຟົດ​ຟື້ນ ຄະນະ​ນຳ, ພະນັກງານ, ທະຫານ ​ແລະ ຕຳຫຼວດ ຕະຫຼອດ​ຮອດ​ພໍ່-​ແມ່​ປະຊາຊົນ ​ໄດ້ພ້ອມ​ກັນ​ເປັນ​ເຈົ້າ​ການ​ກະ​ຕື້​ລື​ລົ້ນ​ສ້າງ​ກິດຈະກຳ​ຕ່າງໆ, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ເສດຖະກິດ​​ແຂວງ​ໃຫ້​ມີ​ການເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ ​ໂດຍ​ສະ​ເພາະ​ການ​ນຳ​ຂັ້ນ​ເທິງ​ໄດ້​ມີ​ການ​ແຕ່ງ​ຕັ້ງ​ຄະນະ​ກຳມະການ 11 ຝ່າຍ ​ແລະ ຄະນະ​ອະນຸ​ກຳມະການ 48 ໜ້າ​ທີ່​ຮັບຜິດຊອບ ​ເພື່ອສຸມ​ໃສ່​ໜ້າ​ວຽກ​ຕ່າງໆ​ໃຫ້​ສຳ​ເລັດ​ທັນຕາ​ມ​ເປົ້າ​ໝາຍ ​​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນກຳລັງຂຸ້ນຂ້ຽວ​ເລັ່ງ​ໃສ່​ປັບປຸງ ​ແລະ ກໍ່ສ້າງ​ສະໜາມ ​ໃນ​ຈຳນວນ 27 ປະ​ເພດ​ກິລາ ​ໃຫ້ສຳເລັດກ່ອນ​ຮອດ​ມື້​ເປີດ​ງານດັ່ງກ່າວ ຢ່າງ​ສົມບູນ​ແບບ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂ່າວຈາກ: muan.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments