ເຈົ້າໜ້າທີ່ກ່າວ "ເກັບອາກອນມູນຄ່າເພີ່ມ 10% ຢູ່ດ່ານ" ມີຜົນດີຫຼາຍຢ່າງຕາມມາ ເຖິງຜູ້ຄົນຫຼຸດລົງເຖິງ 80% !!!


 ນັບ​ແຕ່​ວັນ​ທີ 1 ພະຈິກ 2016 ເປັນຕົ້ນ​ມາ ກົມ​ພາສີ ກະຊວງການ​ເງິນ ໄດ້​ຈັດ​ຕັ້ງ​ປະຕິບັດ​ເກັບອາກອນ​ມູນ​ຄ່າ​ເພີ່ມ ​ສຳລັບ​ເຄື່ອງຂອງ​ຕິດ​ຕົວ​ຜູ້ໂດຍສານ​ ໃນ​ອັດຕາ 10% ຂອງ​ມູນ​ຄ່າ​ເຄື່ອງ ເຊິ່ງ​ໄດ້ກຳນົດ​ເປົ້າ​ໝາຍ​ຜູ້ໂດຍສານ​ພົນລະ​ເມືອງ​ລາວ ຄົນ​ຕ່າງ​ດ້າວ ຄົນ​ຕ່າງປະເທດ ທີ່​ເດີນທາງ​ເຂົ້າ-ອອກ ​ສປປ ລາວ ບໍ່​ມີ​ລັກສະນະປະຈຳ ຊື້​ເຄື່ອງ​ຂອງ​ຕິດ​ຕົວ​ເຂົ້າມາ​ຊົມໃຊ້​ ໂດຍ​ບໍ່​ເປັນ​ລັກສະນະການ​ຄ້າ ຫຼື ຈຸດປະສົງ​ທາງ​ການຄ້າ ມີ​ມູນ​ຄ່າ​ບໍ່​ສູງ​ແມ່ນ​ໄດ້​ຮັບການ​ຍົກເວັ້ນ​ໃນ​ມູນ​ຄ່າບໍ່​ເກີນ 50 ໂດ​ລາ​ສະຫະລັດ ຫຼື ປະມານ 4 ແສນ​ກີບ ໂດຍ​ໄດ້​ກຳນົດ​ເອົາດ່ານ​ພາສີ​ສາກົນ​ຂົວ​ມິດຕະພາບ 1 ນະຄອນຫຼວງ​ວຽງ​ຈັນ ເປັນ​ຈຸດເລີ່ມ​ຕົ້ນ.

ເຈົ້າ​ໜ້າທີ່​ພາສີ​ປະຈຳ​ດ່ານພາສີ​ສາກົນ​ຂົວ​ມິດຕະພາບ 1 ໄດ້ໃຫ້​ສຳພາດ​ວັນ​ທີ 20 ເມສາ 2017 ວ່າ: ຜ່ານ​ການຈັດຕັ້ງ​ປະຕິບັດ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ 10% ຢູ່​ດ່ານ​ພາສີ​ສາກົນ​ຂົວ​ມິດຕະ​ພາບ 1 ນັບ​ແຕ່​ຕົ້ນ​ເດືອນ​ພະຈິກ 2016 ມາ​ຮອດ​ປັດຈຸບັນ ເຫັນ​ວ່າ​ຈຳນວນ​ພາຫະນະ​ເຂົ້າ-ອອກ​ແມ່ນ​ຫຼຸດ​ລົງ ໂດຍ​ສະເພາະແມ່ນ​ ການ​ໄປ​ຈັບ​ຈ່າຍ​ຊື້​ເຄື່ອງ​ຕິດ​ຕົວ​ເຂົ້າ​ມາແມ່ນ​ຫຼຸດ​ເຖິງ 70-80% ຖ້າ​ທຽບໃສ່​ເມື່ອ​ກ່ອນ ແລະ ປັດຈຸບັນ ຜູ້​ທີ່​ເດີນທາງ​ອອກນອກ​ປະເທດ​ສ່ວນ​ຫຼາຍ​ແມ່ນ​ຈະໄປ​ທ່ອງ​ທ່ຽວ ແລະ ໄປ​ປິ່ນປົວ​ສຸຂະ​ພາບ ຈະ​ບໍ່​ຄື​ແຕ່​ກ່ອນ​ທີ່​ອອກໄປ​ເວລາ​ກັບ​ມາ​ຈະ​ຊື້​ເຄື່ອງ​ຂອງຕິດ​ຕົວ​ມາ​ເປັນ​ຈຳນວນ​ຫຼາຍ ສ່ວນ​ການ​ເກັບ​ລາຍ​ຮັບ​ອາກອນມູນ​ຄ່າ​ເພີ່ມ ​ນັບ​ແຕ່​ມື້​ເລີ່ມ​ຕົ້ນ​ຈັດຕັ້ງ​ປະຕິບັດ ມາ​ຮອດ​ວັນ​ທີ 31 ມັງກອນ 2017 ໄດ້ 115,5 ລ້ານກີບ ສະເລ່ຍ 2-3 ລ້ານ​ກີບ​ຕໍ່​ວັນ ເຖິງ​ວ່າ​ລາຍ​ຮັບ​ຈະ​ບໍ່​ສູງ​ແຕ່​ຈະເປັນ​ຜົນ​ດີ​ຕໍ່​ດ້ານ​ອື່ນໆ.

ໂດຍ​ລວມ​ແລ້ວ ການຈັດຕັ້ງປະຕິບັດ​ເກັບ​ອາກອນ​ມູນ​ຄ່າ​ເພີ່ມ ເຫັນ​ວ່າ​ມີ​ຜົນ​ດີ​ຫຼາຍ​ຢ່າງ​ຕາມ​ມາ ເປັນຕົ້ນ ເຮັດ​ໃຫ້ການ​ໄປ​ຈັບ​ຈ່າຍຊື້​ເຄື່ອງ​ຂອງ​ຢູ່​ຕ່າງປະເທດ​ເຂົ້າມາ​ຫຼຸດ​ລົງ ແລະ ເຮັດ​ໃຫ້​ເງິນຕາບໍ່​ຮົ່ວ​ໄຫຼ​ອອກ​ນອກ​ປະເທດ ນອກນີ້ຍັງ​ມີ​ຜົນ​ດີ​ໃຫ້​ທຸລະ​ກິດ​ພາຍໃນ​ທີ່​ດຳເນີນ​ທຸລະ​ກິດ​ ເສຍ​ພາສີອາກອນ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ບ້ານ​ເມືອງ ແລະ ຍັງ​ເຮັດໃຫ້​ປະຊາຊົນ​ມີ​ສະຕິ​ໃນ​ການ​ຈັດຕັ້ງ​ປະຕິບັດ​ລະບຽບ​ກົດໝາຍ ໂດຍ​ສະເພາະ ມີ​ຄວາມ​ຕື່ນ​ຕົວປະກອບສ່ວນ​ເສຍ​ພັນທະ​ໃຫ້​ລັດຖະ​ບານ​ອີກ​ດ້ວຍ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments