ໃນວັນທີ 8 ພຶດສະພາ 2017 ນີ້ ທີ່ສະພາແຫ່ງຊາດ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະເໜີຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍວ່າ ດ້ວຍສົນທິສັນຍາ ແລະ ສັນຍາສາກົນ.
ເຊິ່ງທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ຮູ້ວ່າ: ການສ້າງກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແມ່ນການຜັນຂະຫຍາຍ ມະຕິ X ຂອງພັກ ກ່ຽວກັບແນວທາງ ການຕ່າງປະເທດຂອງພັກ “ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມື ແລະ ການເຊື່ອມໂຍງ ບົນພື້ນຖານຫລັກການ ເຄົາລົບ ເຊິ່ງກັນ ແລະ ກັນ ເຊິ່ງຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍລະດັບ” ທັງເປັນການຈັດຕັ້ງປະຕິບັດ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ “ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື; ການຂະຫຍາຍ ສາຍພົວພັນ ແລະ ການຮ່ວມມື ກັບທຸກປະເທດ ບົນຫລັກການຢູ່ຮ່ວມກັນ ໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າ ວຽກງານພາຍໃນຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ”. ຕາມທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນ ສະບັບປັບປຸງປີ 2015. ພ້ອມດຽວກັນ, ທ່ານລັດຖະມົນຕີ ຍັງໃຫ້ຮູ້ຕື່ມວ່າ: ເຫດຜົນທີ່ສຳເລັດແມ່ນເພື່ອເພີ່ມທະວີ ການເປັນເຈົ້າການ ໃນການຄຸ້ມຄອງລັດ ກ່ຽວກັບວຽກງານ ການຕ່າງປະເທດ ດ້ວຍກົດໝາຍທີ່ມີຄວາມສັກສິດ, ໂດຍສະເພາະ ແມ່ນວຽກງານສົນທິສັນຍາ ແລະ ສັນຍາສາກົນ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນ່ໃສ່ສ້າງສະພາບແວດລ້ອມພາຍນອກ ທີ່ເອື້ອອຳນວຍ, ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ, ຂະຫຍາຍການຮ່ວມມື ກັບຕ່າງປະເທດ ທັງຍາດແຍ່ງການຊ່ວຍເຫລືອ ແລະ ດຶງດູດການລົງທຶນ ຈາກຕ່າງປະເທດ ປະກອບສ່ວນອັນສຳຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ.
ທ່ານ ສະເຫລີມໄຊ ກົມມະສິດ ຍັງໃຫ້ຮູ້ຕື່ມວ່າ: ນອກຈາກເຫດຜົນ ແລະ ຄວາມຈຳເປັນ ທີ່ກ່າວມາຂ້າງເທິງນັ້ນ, ການສ້າງກົດໝາຍສະບັບນີ້ ກໍເພື່ອແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນໃນການສ້າງ ແລະ ຈັດຕັ້ງປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນ ໃນໄລຍະຜ່ານມາ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຂອບໃຈແຫຼ່ງຂ່າວຈາກ:KPL, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
Comments
Post a Comment