ນາຊ່າເປີດໂຕ "Valkyrie" ຫຸ່ນຍົນສາວສຸດເກັ່ງ ໃນພາລະກິດພິຊິດ "ດາວອັງຄານ" ຮ່ວມກັບມະນຸດ



ໃນພາລະກິດ ພິຊິດດາວອັງຄານ ທີ່ຈະເກີດຂຶ້ນໃນອີກບໍ່ເທົ່າໃດ 10 ປີຂ້າງໜ້າ ອາດບໍ່ໄດ້ມີພຽງແຕ່ມະນຸດເທົ່ານັ້ນ ທີ່ຈະໄດ້ຢຽບພື້ນຜິວຂອງດາວອັງຄານ ແຕ່ວ່າຫຸ່ນຍົນອາດມີສ່ວນຮ່ວມ ຢູ່ໃນເຫດການ ຄັ້ງປະຫວັດສາດເທື່ອນີ້ນຳ ເຊິ່ງກ່ອນໜ້ານັ້ນນາຊ່າໄດ້ເປີດໂຕຫຸ່ນຍົນ ທີ່ມີຊື່ວ່າ Robonaut ໜຶ່ງໃນຫຸ່ນຍົນສຳຫຼວດ ດາວອັງຄານ ແຕ່ປະຕິການຄັ້ງປະຫວັດສາດ ທີ່ດາວອັງຄານ ການທີ່ມີຫຸ່ນຍົນຜູ້ຊ່ວຍພຽງໂຕດຽວບໍ່ພໍ ແລະ ທາງນາຊ່າກໍ່ໄດ້ພັດທະນາ ຫຸ່ນຍົນຜູ້ຊ່ວຍອີກໂຕຢ່າງ Valkyrie ຫຸ່ນຍົນສາວສຸດເກັ່ງ ອີກໜຶ່ງຜູ້ຊ່ວຍສຳຄັນ ສຳລັບປະຕິບັດພາລະກິດເທິງດາວອັງຄານ.

Valkyrie ເປັນຫຸ່ນຍົນໂຕທຳອິດຂອງທາງນາຊ່າ ທີ່ໄດ້ຮັບການອອກແບບ ໃຫ້ເປັນ ຫຸ່ນຍົນຜູ້ຍິງໂດຍສະເພາະ ຫາກສັງເກດດີໆ ຈະເຫັນໄດ້ວ່າຫຸ່ນຍົນໂຕນີ້ມີໜ້າເອິກ ຄືກັນກັບມະນຸດເພດຍິງ ເຊິ່ງທາງນາຊ່າກໍ່ໄດ້ອອກມາຍອມຮັບວ່າ ໜ້າເອິກທີ່ເຫັນເປັນລູກຫຼິ້ນ ທີ່ທາງນາຊ່າຕັ້ງໃຈໃຫ້ຫຼາຍຄົນ ຮູ້ສຶກວ່າຫຸ່ນຍົນໂຕນີ້ ເປັນຜູ້ຍິງແທ້ໆ.

ຄວາມພິເສດຂອງ Valkyrie ແມ່ນການເຄື່ອນໄຫວ ທີ່ເປັນອິດສະຫຼະຄ້າຍມະນຸດ ດ້ວຍເຊັນເຊີ້ການຄວບຄຸມກວ່າ 200 ໂຕທົ່ວຮ່າງກາຍ Valkyrie ຍັງມາພ້ອມກັບລະບົບປະຕິບັດການອັນສະຫຼາດ ຄວບຄຸມການເຮັດວຽກດ້ວຍປັນຍາປະດິດ ທີ່ຊ່ວຍໃນການຕັດສິນບັນຫາຕ່າງໆດ້ວຍຕົນເອງ ເພາະການສົ່ງສັນຍານບັງຄັບ ຈາກໂລກໄປດາວອັງຄານ ຕ້ອງໃຊ້ເວລານານເຖິງ 20 ນາທີ ກ່ອນທີ່ສັນຍານຈະເດີນທາງໄປຮອດ ການພັດທະນາຫຸ່ນຍົນໃຫ້ຕັດສິນໃຈໄດ້ເອງ ຈຶ່ງດີກວ່າການຮັບຄຳສັ່ງ ຈາກມະນຸດ ເພາະບໍ່ຕ້ອງເສຍເວລາໃນການຖ້າເລີຍ.

ນາຊ່າວາງແຜນໃຫ້ Valkyrie ເປັນຫຸ່ນຍົນກູ້ໄພໃນກໍລະນີທີ່ ເກີດເຫດການສຸກເສີນເຊັ່ນ ການສ້ອມແປງອຸປະກອນ ທີ່ໄດ້ຮັບຄວາມເສຍຫາຍ ທ່າມກາງອາກາດທີ່ຮ້າຍແຮງ ຫຼື ການສຳຫຼວດໃນພື້ນທີ່ ທີ່ຍາກຕໍ່ການເຂົ້າເຖິງ ໂດຍ Valkyrie ຈະເລີ່ມປະຕິບັດໜ້າທີ່ຢ່າງເປັນທາງການ ໃນພາລະກິດພິຊິດດາວອັງຄານປີ 2030.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments