ຍີ່ປຸ່ນຕື່ນໂຕ! ທາງການຍີ່ປຸ່ນກ່າວ ມີເວລາຫຼົບໄພພຽງ 10 ນາທີ ຫາກເກົາຫຼີເໜືອຍິງນິວເຄລຍໃສ່


 ທາງການຍີ່ປຸ່ນ ອອກມາປະກາດເຕືອນ ແລະ ເຜີຍແຜ່ຄຳແນະນຳ ຕໍ່ກັບປະຊາຊົນໃນການຮັບມື ແລະ ຫຼົບໄພ ຫາກເກົາຫຼີເໜືອຍິງຂີປະນາວຸດ.

ຊາວຍີ່ປຸ່ນມີເວລາພຽງແຕ່ 10 ນາທີເທົ່ານັ້ນ ສຳລັບການກຽມໂຕຫາບ່ອນຫຼົບໄພ ຫາກທາງເກົາຫຼີເໜືອເປີດສາກ ໂຈມຕີດ້ວຍຂີປະນາວຸດ ຄຳປະກາດເຕືອນໃໝ່ຈາກເຈົ້າໜ້າທີ່ຍີ່ປຸ່ນ ຕໍ່ກັບປະຊາຊົນ ໃຫ້ພ້ອມຮັບມື ຄວາມເປັນໄປໄດ້ທີ່ອາດເກີດຂຶ້ນ ອັນເນື່ອງມາຈາກຄວາມຕຶງຄຽດທີ່ທະວີຄວາມຮຸນແຮງຫຼາຍຂຶ້ນ ໃນແຫຼມສະໝຸດເກົາຫຼີ.

ຂີປະນາວຸດ ຕິດຫົວຮົບນິວເຄລຍ ຈາກເກົາຫຼີເໜືອ ຈະໃຊ້ເວລາເດີນທາງພຽງ 10 ນາທີເທົ່ານັ້ນ ຜ່ານໄລຍະທາງ 1,600 ກິໂລແມັດໄປຍັງໂອກິນາວາ ຂໍ້ມູນດັ່ງກ່າວໄດ້ຮັບການກວດສອບ ຈາກການຍິງຂີປະນາວຸດເທື່ອກ່ອນຂອງເກົຫຼີເໜືອ ທີທົດສອບຍິງ ແລະ ມາຕົກທີ່ນ່ານນໍ້າຂອງຍີ່ປຸ່ນ.

ຄຳເຕືອນລ່າສຸດນີ້ ມາພ້ອມກັບຄວາມຕຶງຄຽດ ທີ່ທະວີເພີ່ມຫຼາຍຂຶ້ນໃນພູມມິພາກ ຫຼັງຈາກເດືອນທີ່ຜ່ານມາ ເກົາຫຼີເໜືອໄດ້ທ້າທາຍມາຕະການ ການຂວໍ້າບາດດ້ວຍການຍິງຂີປະນາວຸດ 4 ລູກ ໂດຍ 3 ລູກ ຕົກໃນນ່ານນໍ້າຍີ່ປຸ່ນ ໃກ້ກັບຝັ່ງຂອງປະເທດ.

ເທິງເວັບໄຊ້ຄວາມໝັ້ນຄົງຂອງຍີ່ປຸ່ນ ມີຍອດຜູ້ເຂົ້າຊົມສູງສຸດໃນປະຫວັດສາດ ຕັ້ງແຕ່ຕົ້ນເດືອນເມສາ ຈົນຮອດວັນທີ 23 ທີ່ຜ່ານມາ ມີຍອດເຂົ້າເບິ່ງຫຼາຍເຖິງ 5.7 ລ້ານເທື່ອ ສູງກວ່າຍອດປົກກະຕິ ໃນເດືອນອື່ນໆຫຼາຍເຖິງ 14 ເທົ່າ ແລະ ຍັງມີລາຍງານວ່າທາງຍີ່ປຸ່ນ ໄດ້ທົດສອບລະບົບເຕືອນໄພ ຜ່ານທາງໂທລະສັບ ແລະ ໂທລະໂຄ່ງຊຸມຊົນ ເພື່ອຮັບມືກັບສະຖານະການທີ່ກຳລັງຕຶງຄຽດ ດ້ານຜູ້ຜະລິດຂຸມຫຼົບໄພນິວເຄລຍ ແລະ ຜະລິດເຄື່ອງກັ່ນກອງອາກາດ ຈາກສານພິດນິວເຄລຍ ໄດ້ລາຍງານວ່າ ຍອດສັ່ງຊື້ສິນຄ້າຂອງພວກເຂົາ ເພີ່ມຂຶ້ນຫຼາຍ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments