ຜົນສຳຫຼວດຊີ້ 100 ມື້ທຳອິດຂອງ "ທຣັມ" ຄະແນນນິຍົມຕໍ່າທີ່ສຸດ ຂອງປະທານາທິບໍດີ ໃນຍຸກສະໄໝໃໝ່



CNN ລາຍງານວ່າ ຜົນສຳຫຼວດ 2 ອັນ ທີ່ເຜີຍແຜ່ເມື່ອວັນທີ 23 ເມສາ ສະແດງໃຫ້ເຫັນວ່າ ປະທານາທິບໍດີ ໂດນັລດ໌ ທຣັມ ຂອງອາເມຣິກາ ດຳລົງຕຳແໜ່ງຄົບ 100 ມື້ທຳອິດ ໂດຍມີຄະແນນຕໍ່າທີ່ສຸດ ຕໍ່າກວ່າປະທານາທິບໍດີ ອາເມຣິກາຄົນອື່ນໆ ໃນຍຸກສະໄໝໃໝ່.

ຜົນສຳຫຼວດຂອງ ABC ຮ່ວມກັບ Washington Post ພົບວ່າກຸ່ມຕົວຢ່າງ 42 ເປີເຊັນ ລະບຸວ່າ ພໍໃຈກັບຜົນງານທີ່ຜ່ານມາຂອງທຣັມ ຂະນະທີ່ 53 ເປີເຊັນ ລະບຸວ່າບໍ່ພໍໃຈ ຂະນະທີ່ຜົນສຳຫຼວດຂອງ NBC ຮ່ວມກັບ Wallstreet Journal ພົບວ່າກຸ່ມຕົວຢ່າງ 40 ເປີເຊັນພໍໃຈ ສ່ວນ 54 ເປີເຊັນ ລະບຸວ່າບໍ່ພໍໃຈ.

ໂດຍທຣັມກ່າວວ່າ ການວັດຜົນງານໃນຊ່ວງ 100 ມື້ທຳອິດ ເປັນເລື່ອງໄຮ້ສາລະ ແລະ ເຊື່ອສື່ຕ່າງໆບໍ່ໄດ້.

ແຕ່ສິ່ງທີ່ສຳຄັນແມ່ນ ລາວເຄີຍກ່າວໃນຊ່ວງຫາສຽງວ່າ ຈະລຸຍອອກກົດໝາຍ ທີ່ສ້າງຄວາມປ່ຽນແປງ ແບບກ້າວກະໂດດ ໃນຊ່ວງ 100 ມື້ທຳອິດ ຂອງການດຳລົງຕຳແໜ່ງ ແຕ່ຈົນຮອດປະຈຸບັນນີ້ ຍັງບໍ່ຮອດ 1 ອາທິດ ທີ່ທຣັມຈະດຳລົງຕຳແໜ່ງຄົບ 100 ມື້ ແຕ່ລາວຍັງບໍ່ສາມາດຊຸກດັນ ໃຫ້ອອກຮ່າງກົດໝາຍໃໝ່ໄດ້ເລີຍ ແມ້ນແຕ່ສະບັບດຽວ.

ທັງນີ້ ຂ່າວລະບຸວ່າ ປະທານາທິບໍດີສ່ວນຫຼາຍ ມີຄະແນນນິຍົມໃຫ້ຈຸດສູງສຸດ ໃນຊ່ວງເລີ່ມຕົ້ນ ຂອງການດຳລົງຕຳແໜ່ງ ແຕ່ແຕກຕ່າງຈາກທຣັມທີ່ເລີ່ມຕົ້ນ 100 ມື້ດ້ວຍຄະແນນຕໍ່າສຸດ ຂອງປະທານາທິບໍດີ ອາເມຣິກາ ໃນຍຸກສະໄໝໃໝ່.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments