ຫ້ອງການກະຊວງການເງິນ, ໄດ້ແຈ້ງການຮັບຄຳສະເໜີປະຊາຊົນອົງການລັດ, ທຽບເທົ່າກະຊວງ, ຫ້ອງວ່າການປົກຄອງແຂວງ, ນະຄອນຫລວງ, ບັນດາພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການ ໃນຂອບເຂດທົ່ວປະເທດຊາບວ່າ: ນັບແຕ່ວັນທີ 7 ເມສາ 2017 ເປັນຕົ້ນໄປ.
ກະຊວງການເງິນໄດ້ເປີດນຳໃຊ້ໂທລະສັບສາຍດ່ວນ 1519 ຢ່າງເປັນທາງການ ເພື່ອຮັບເອົາຄໍາຖາມ, ການສະເໜີ, ຂໍ້ຄິດເຫັນ ແລະ ອື່ນໆ ຈາກອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ອື່ນໆ ຕໍ່ກັບການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະ ຂອງຂະໜງການເງິນ ໃນ ຂອບເຂດທົ່ວປະເທດ.
ສ່ວນການຊີ້ແຈ້ງໂທລະສັບສາຍດ່ວນ ຈະຊີ້ແຈ້ງຜ່ານສື່ຕ່າງໆຄື: ຜ່ານລາຍການ ການເງິນການພັດທະນາ ຊ່ອງໂທລະພາບຂອງກະຊວງປ້ອງກັນຄວາມສະຫງົບ ຊຶ່ງອອກອາກາດ ໃນທຸກໆວັນສຸກເວລາ 20:30 ໂມງຫາ 21:00 ໂມງ ແລະ ທຸກໆວັນເສົາເວລາ 07:00 ໂມງ ຫາ 07:30 ໂມງ, ຜ່ານລາຍການ ການເງິນການພັດທະນາວິທະຍຸຂອງ ກະຊວງປ້ອງກັນຄວາມສະຫງົບ ຄື້ນຄວາມຖີ່ 105.5 MHz ຊຶ່ງອອກອາກາດທຸກໆວັນອັງຄານ, ພະຫັດ ແລະ ເສົາ ເວລາ 12:30 ໂມງຫາ 13:00 ໂມງ ແລະ ໜັງສືພິມການເງິນ ປະຈໍາອາທິດຂອງກະຊວງການເງິນ, ນອກຈາກນັ້ນຍັງມີສືສິ່ງພິມ ເປັນສູນກາງ ອີກຈຳນວນໜຶ່ງ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment