ເຮືອດຳນໍ້າ ພະລັງງານນິວເຄລຍຂອງອາເມຣິກາ "ພ້ອມຕິດຕັ້ງໂທມາຮອກ 154 ລູກ" ຮອດເກົາຫຼີໃຕ້ແລ້ວ !!!

 

 BBC ລາຍງານເມື່ອວັນທີ 25 ເມສາວ່າ ເຮືອດຳນໍ້າພະລັງງານນິວເຄລຍ ຢູເອສເອສ ມິຊິແກນ ເດີນທາງເຂົ້າສູ່ນ່ານນໍ້າເກົາຫຼີໃຕ້ແລ້ວ ທີ່ຝັ່ງຂອງເມືອງປູຊານ ເພື່ອມາຖ້າຮ່ວມ ຂະບວນເຮືອບັນທຸກຍົນຮົບ ຢູເອສເອສ ຄາຣ໌ລ ວິນສັນ ທີ່ຈະມາຮອດທີ່ແຫຼມສະໝຸດເກົາຫຼີທ້າຍອາທິດນີ້ ເພື່ອຮອງຮັບສະຖານະການ ເທິງແຫຼມສະໝຸດເກົາຫຼີ ທີ່ກຳລັງຕຶງຄຽດຢ່າງໜັກ.

ໂດຍເຮືອ ຢູເອສເອສ ມິຊິແກນ ເປັນເຮືອດຳນໍ້າພະລັງງານນິວເຄລຍ ຕິດຕັ້ງຂີປະນາວຸດໂທມາຮອກ 154 ລູກ ມີກອງກຳລັງພິເສດປະຕິການຢູ່ 60 ຄົນ ມີເຮືອດຳນໍ້າຂະໜາດນ້ອຍຕິດຕັ້ງຢູ່ ຄາດວ່າຈະເປັນສ່ວນໜຶ່ງ ໃນການຊ້ອມຮົບ ຮ່ວມກັບກອງເຮືອ ຢູເອສເອສ ຄາຣ໌ລ ວິນສັນ ທີ່ຈະສະແດງອຳນາດ ໃນພູມມິພາກນີ້ ເພື່ອຂົ່ມຂວັນເກົາຫຼີເໜືອ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments