ອາເມຣິກາຍັງເປັນ "ອັນດັບ 1" ໃຊ້ງົບປະມານທາງທະຫານ ສູງສຸດໃນໂລກ "ຣັດເຊຍ ແລະ ຈີນ ຕາມມາຕິດໆ".


 ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງສຕອກໂຮມ ປະເທດສວີເດັນ ເມື່ອວັນທີ 24 ເມສາວ່າ ສະຖາບັນວິໄຈສັນຕິພາບ ນານາຊາດ ແຫ່ງສຕອກໂຮມ ເຜີຍແຜ່ລາຍງານ ຂໍ້ມູນກ່ຽວກັບງົບປະມານ ທາງການທະຫານ ຂອງແຕ່ລະປະເທດປະຈຳປີ 2016 ແລະ ຖືວ່າ ອາເມຣິກາຍັງຄອງອັນດັບ 1 ດ້ວຍສະຖິຕິການໃຊ້ຈ່າຍ 611,000 ລ້ານໂດລ່າ (ຫຼື ປະມານ 4,917,900,837,089,500 ກີບ) ເພີ່ມຂຶ້ນ 1.7% ຈາກປີກ່ອນໜ້ານີ້ ແລະ ສູງສຸດນັບຕັ້ງແຕ່ປີ 2010 ສົ່ງສັນຍານວ່າ ອາດໝົດຍຸກແຫ່ງການຄວບຄຸມງົບປະມານ ທາງການທະຫານຂອງລັດຖະບານອາເມຣິກາ ຍິ່ງເມື່ອປະທານາທິບໍດີ ໂດນັລດ໌ ທຣັມ ສະເໜີເພີ່ມງົບປະມານທາງການທະຫານ ໃນປີນີ້ທີ່ສູງເປັນປະຫວັດສາດເຖິງ 54% ນຳອີກ.

ຂະນະທີ່ອັນດັບ 2 ເປັນຂອງປະເທດຈີນ ຢູ່ທີ່ 215,000 ລ້ານໂດລ່າ.

ແລະ ຣັດເຊຍຢູ່ໃນອັນດັບທີ່ 3 ດ້ວຍສະຖິຕິ 69,200 ລ້ານໂດລ່າ ເພີ່ມ 5.9% ຈາກປີກ່ອນ ແລະ ສຸູງສຸດເປັນປະຫວັດສາດ ນັບຕັ້ງແຕ່ການລົ່ມສະຫຼາຍ ຂອງສະຫະພາບໂຊວຽດເມື່ອປີ 1992.

ເຖິງວ່າປະເທດຣັດເຊຍ ໃຊ້ງົບປະມານທາງການທະຫານໜ່້ອຍຫຼາຍເມື່ອປຽບທຽບກັບອາເມຣິກາ ແຕ່ຣັດເຊຍກໍ່ມີອາວຸດທີ່ສາມາດຕັດສິນຊະນະສົງຄາມໄດ້ ຫຼາຍກວ່າອາເມຣິກາ ກໍ່ຄື ປະເທດຣັດເຊຍ ເປັນປະເທດທີ່ມີອາວຸດນິວເຄລຍ ຫຼາຍທີ່ສຸດໃນໂລກ ຂະນະທີ່ອາເມຣິກາຕາມມາເປັນທີ່ 2.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments