ເມື່ອວັນທີ 19 ເມສາທີ່ຜ່ານມາ ເວັບໄຊ້ເດລີ່ເມລ ເປີດເຜີຍລາຍງານຊວນສະເທືອນໃຈ ລະບຸວ່າ ເຈົ້າໜ້າທີ່ສວນສະໜຸກຊານດິເອໂກ ຊີ ເວິລດ໌ ໃນລັດແຄລິຟໍເນຍ ອາເມຣິກາເປີດເຜີຍວ່າ ເຊນຈາ ໝີຂົ້ວໂລກເພດເມຍ ຂວັນໃຈນັກທ່ອງທ່ຽວອາຍຸ 21 ປີ ຂາດໃຈຕາຍໄປຢ່າງກະທັນຫັນ ເມື່ອວັນທີ 18 ເມສາທີຜ່ານມາ ຫຼັງຈາກທີ່ ສໂນວ໌ເຟລກ ໝີຂົ້ວໂລກເພດເມຍ ໝູ່ຄູ່ຫູຂອງມັນ ທີ່ເຫຼືອຢູ່ພຽງໂຕດຽວ ຖືກແຍກຈາກໄປ.
ໂດຍລາຍງານລະບຸວ່າ ກ່ອນໜ້ານີ້ ເມື່ອຊ່ວງທ້າຍເດືອນກຸມພາທີ່ຜ່ານມາ ສໂນວ໌ເຟລກຖືກສົ່ງໂຕ ໄປເຂົ້າໂຄງການປະສົມພັນ ທີ່ສວນສັດພິຕສ໌ເບິຣ໌ກ ຫຼັງຈາກນັ້ນເຊນຈາກໍ່ເລີ່ມມີອາການບໍ່ຢາກເຮັດຫຍັງ ເສົ້າ ໄຮ້ຊີວິດຊີວາ ແລະ ບໍ່ຍອມກິນຫຍັງ ຈົນສິ້ນລົມຫາຍໃຈໃນທີ່ສຸດ.
ສຳລັບເຊນຈາ ແລະ ສໂນວ໌ເຟລກ ທັງສອງຖືກພາມາທີ່ສວນສະໜຸກແຫ່ງນີ້ ນຳກັນຕັ້ງແຕ່ເມື່ອປີ 1997 ໂດຍກ່ອນໜ້ານີ້ເມື່ອປີ 2014 ສໂນວ໌ເຟລກ ເຄີຍຖືກສົ່ງໄປເຂົ້າໂຄງການປະສົມພັນ ທີ່ສວນສັດພິຕສ໌ເບິຣ໌ກມາແລ້ວຄືກັນເທື່ອໜຶ່ງ ແຕ່ຕອນນັ້ນ ເຊນຈາກໍ່ໄດ້ມີໂອກາດຕິດຕາມໄປນຳ.
ຂໍໃຫ້ເຊນຈາຫຼັບສະບາຍ ແລະ ເກີດຊາດໜ້າຂໍໃຫ້ເກີດເປັນຄົນ ຫຼື ຖ້າເປັນໝີ ກໍ່ຂໍໃຫ້ເກີດ ແລະ ເຕີບໃຫຍ່ໃນປ່າທຳມະຊາດ ບໍ່ໃຫ້ມາຢູ່ທີ່ສວນສະໜຸກ ທີ່ປຽບເປັນຄຸກສຳລັບສັດນັ້ນເອງ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ແຫຼ່ງຂ່າວຈາກ: ໂທລະໂຄ່ງ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment