ສອບເສັງຄັດເລືອກນັກຮຽນເກັ່ງລະດັບຊາດ "ເພື່ອເຂົ້າຮ່ວມພາກພື້ນ ແລະ ສາກົນ" ສົກຮຽນ 2016-2017



ການສອບເສັງຄັດເລືອກນັກຮຽນເກັ່ງລະດັບຊາດ ໃນ 4 ວິຊາ ມີ ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ເຄມີສາດ ຊັ້ນມັດທະຍົມສຶກສາ ສົກຮຽນ 2016-2017 ຜູ້ທີ່ຊະນະເລີດ ຈະໄດ້ເປັນຕົວແທນເຂົ້າຮ່ວມ ການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ. ພ້ອມຊິງທຶນການສຶກສາຮຽນຕໍ່ ໃນສາຂາວິຊາທີ່ຕົນເອງມັກ ແລະ ມີຄວາມສາມາດ. ມີນັກສອບເສັງທັງໝົດ 140 ກວ່າຄົນ, ຍິງ 57 ຄົນ. ຂັ້ນ ມ4 72 ຄົນ, ຍິງ 29 ຄົນ ແລະ ຂັ້ນ ມ7 ມີ 70 ຄົນ, ຍິງ 28 ຄົນ.

ທ່ານ ນາງ ສີສຸກ ວົງວິຈິດ ຫົວໜ້າກົມມັດທະຍົມສຶກສາ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ເພື່ອສ້າງໂອກາດ ໃຫ້ນັກຮຽນໄດ້ສະແດງອອກດ້ານຄວາມຮູ້, ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ ໄດ້ມີການແລກປ່ຽນ ຖອດຖອນບົດຮຽນຮ່ວມກັນ, ວັດ ແລະ ປະເມີນຜົນສໍາເລັດດ້ານ ການສິດສອນ-ຮໍ່າຮຽນຂອງຄູ ແລະ ນັກຮຽນ. ໃນນັ້ນ ກໍເພື່ອສ້າງໂອກາດ ໃຫ້ແກ່ຜູ້ທີ່ສອບເສັງໄດ້ຊະນະເລີດອັນດັບ 1, 2 ແລະ 3 ແຕ່ລະວິຊາ ໄດ້ຮັບທຶນການສຶກສາ ເພື່ອຮຽນຕໍ່ໃນວິຊາທີ່ຕົນເອງມັກ ແລະ ມີຄວາມສາມາດ. ພ້ອມທັງເປັນການສົ່ງເສີມ ນັກຮຽນເກັ່ງທີ່ມີພອນສະຫວັນ ໃນແຕ່ລະວິຊາເປັນຕົວແທນຂອງຊາດ ເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.

 
ພ້ອມນັ້ນ, ກໍເປັນການຊຸກຍູ້ຂະບວນການ ສອນດີ-ຮຽນເກັ່ງ ຢູ່ໂຮງຮຽນມັດທະຍົມ ໃນຂອບເຂດທົ່ວປະເທດໃຫ້ມີບັນຍາກາດຟົດຟື້ນ, ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ. ນອກຈາກການສອບເສັງ 4 ວິຊາແລ້ວ ຍັງຈະໄດ້ຈັດການສອບເສັງແຂ່ງຂັນ ຖາມ-ຕອບວິທະຍາສາດ, ຄວາມຮູ້ຮອບຕົວ ແລະ ທັດສະນະສຶກສາຕາມສະຖານທີ່ປະຫວັດສາດ ແລະ ມູນເຊື້ອວັດທະນະທໍາຕື່ມອີກ.

ການສອບເສັງດັ່ງກ່າວ, ຈະໄດ້ຈັດຂຶ້ນໃນວັນທີ 25-28 ເມສາ ນີ້, ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມສີ ຍໍພັນໄຊ ຮັກສາການອະທິການບໍດີ ມຊ, ມີບັນດາຄູ-ອາຈານ, ພ້ອມດ້ວຍພາກສວ່ນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments