ສະຫວັນນະເຂດຄາດ ປີ 2017 ຈະດຶງນັກທ່ອງທ່ຽວ ເຂົ້າມາໃຫ້ໄດ້ 1,000,000 ກວ່າຄົນ !!!


 ສະຫວັນນະເຂດແຂວງໃຫຍ່ ທາງພາກກາງຂອງລາວ, ທັງເປັນແຂວງທີ່ມີຊາຍແດນເຊື່ອມ ຈອດກັບຫຼາຍປະເທດ ໃກ້ຄຽງເປັນຕົ້ນ: ປະເທດໄທ, ຫວຽດນາມ… ບໍ່ພຽງເທົ່ານີ້ ຍັງມີສະຖານທີ່ທ່ອງທ່ຽວຫຼາກຫຼາຍແຫ່ງລ້ວນແລ້ວ ແຕ່ມີຄວາມງົດງາມ ແລະ ເປັນທີ່ລືຊື່.

ຊຶ່ງເຮັດໃຫ້ການທ່ອງທ່ຽວ ຂອງແຂວງກາຍເປັນບູລິມະສິດ ໜຶ່ງໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ສະແດງອອກໃນປີຜ່ານມາມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມແຂວງສູງເຖິງ ລ້ານຄົນ, ອັນສາມາດສ້າງລາຍ ຮັບເຂົ້າງົບປະມານໄດ້ເປັນຈໍານວນມະຫາສານ ແລະ ສະເພາະປີນີ້ແຂວງຈະສູ້ຊົນດຶງດູດເອົາບັນດາ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມສະຖານທີ່ທ່ອງທ່ຽວ ໃຫ້ໄດ້ທັງໝົດ ລ້ານກວ່າຄົນ.

ຕາມຂໍ້ມູນຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ຂອງແຂວງ ສະຫວັນນະເຂດຮູ້ວ່າ: ໃນທິດທາງແຜນການຕໍ່ໜ້າກໍຄືປີ 2017 ນີ້ ພະແນກ ຖວທ ແຂວງສະຫວັນນະເຂດ ເວົ້າສະເພາະຂະແໜງ ທ່ອງທ່ຽວ ແມ່ນຈະສືບຕໍ່ປັບປຸງພັດທະນາ ດ້ານພື້ນຖານໂຄງລ່າງ ເປັນຕົ້ນແມ່ນເສັ້ນທາງເຂົ້າຫາສະຖານ ທີ່ທ່ອງທ່ຽວ ແຕ່ລະແຫ່ງເພື່ອໃຫ້ສາມາດໄປ-ມາສະດວກໄດ້ທຸກລະດູການ, ສືບຕໍ່ຂຽນໂຄງການ ພັດທະນາ ແຫຼ່ງທ່ອງທ່ຽວທີ່ມີ 26 ແຫ່ງບຸລິມະສິດແຕ່ນີ້ຮອດປີ 2020 ສູ້ຊົນຈັດຕັ້ງປະຕິບັດ ໂດຍສະເພາະການຈັດໃຫ້ ມີຫຼາກຫຼາຍກິດຈະກໍາ ດ້ານການທ່ອງທ່ຽວ ເພື່ອຈະສາມາດດຶງດູດເອົາບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມແຂວງ ໃຫ້ໄດ້ລ້ານກວ່າຄົນຕາມແຜນການຄາດຄະເນທີ່ວາງໄວ້, ນອກນີ້ຍັງຈະສືບຕໍ່ຈັດຕັ້ງປະຕິບັດ ໜ້າວຽກອື່ນໆທີ່ສໍາຄັນ ໃນການພັດທະນາ ວຽກງານທ່ອງທ່ຽວຂອງແຂວງ.

ຢ່າງໃດກໍຕາມມາຮອດປະຈຸບັນທົ່ວແຂວງສະຫວັນນະເຂດມີ ແຫຼ່ງທ່ອງທ່ຽວທັງໝົດຮ້ອຍກວ່າແຫ່ງ, ໃນນີ້ແຫຼ່ງທ່ອງທ່ຽວທາງວັດທະນະທໍາມີ 70 ກວ່າແຫ່ງ, ທາງທໍາມະຊາດ 20 ກວ່າແຫ່ງ ແລະແຫຼ່ງທ່ອງທ່ຽວທາງປະຫວັດ ສາດ 10 ກວ່າແຫ່ງ, ສ່ວນດ້ານພື້ນຖານການຮອງຮັບບໍ່ວ່າຈະເປັນໂຮງແຮມ, ເຮືອນພັກ, ຮ້ານອາຫານ ອື່ນໆແມ່ນຖືວ່າພຽງພໍກັບຄວາມຕ້ອງການ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂ່າວຈາກ: sedthakid, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments