ຮັກແທ້ຕ່າງໄວ! ວ່າທີປະທານາທິບໍດີຝຣັ່ງ ແຕ່ງງານກັບຄູລຸ່ນແມ່ ທີ່ອາຍຸຫ່າງກັນ 25 ປີ ເຜີຍ "ຕົກຂຸມຮັກຕັ້ງແຕ່ຕອນ 15"



ເວັບໄຊ້ຂ່າວອັງກິດ “ເດລີເມລ” ລາຍງານຈາກກຸງປາຣີສ ປະເທດຝຣັ່ງເມື່ອວັນທີ 24 ເມສາວ່າ ສື່ນອກເຜີຍເລື່ອງ ຮັກສຸດແຊບ ຂອງວ່າທີ່ປະທານາທິບໍດີຝຣັ່ງ “ເອັມມານູເອລ ມາກຣ໊ອງ” ຜູ້ສະໝັກອິດສະຫຼະສາຍກາງ ອະດີດລັດຖະມົນຕີ ກະຊວງເສດຖະກິດ ເຊິ່ງມີ “ນາງ ບຣິຈິຕຕ໌ ໂຕຣເງີ” ໄວ 64 ປີ ເປັນພັນລະຍາສຸດທີ່ຮັກ ອາຍຸຫຼາຍກວ່າລາວເຖິງ 25 ປີ ເຊິ່ງ ມາກຣ໊ອງ ປະຈຸບັນອາຍຸທີ່ 39 ປີ ແຕ່ພັນລະຍາອາຍຸ 64 ປີແລ້ວ ທັງສອງພົບຮັກກັນຕອນທີ່ ມາກຣ໊ອງຍັງຮຽນຢູ້ຊັ້ນມັດທະຍົມ ທີ່ໂຮງຮຽນຈີຊຸຕ ໃນເມືອງອາມຽງ ທາງພາກເໜືອຂອງປະເທດ ເຊິ່ງຕອນນັ້ນລາວອາຍຸໄດ້ 15 ປີ ສ່ວນນາງ ບຣິຕິຕຕ໌ ອາຍຸ 40 ປີ ມີຖານະເປັນຄູສອນການລະຄອນໃຫ້ກັບລາວ ນາງແຕ່ງງານແລ້ວ ແຖມຍັງມີລູກຮຽນຢູ່ຊັ້ນດຽວກັນກັບມາກຣ໊ອງ ນຳອີກ.

 
ປະຈຸບັນນາງ ບຣິຈິຕຕ໌ ເປັນແມ່ເຖົ້າແລ້ວ ເນື່ອງຈາກມີຫຼານທັງໝົດ 7 ຄົນ ເຊິ່ງນາງເລົ່າວ່າ ນາງພົບກັບລາວເທື່ອທຳອິດ ເມື່ອລາວເຂົ້າມາຄັດເລືອກເປັນນັກສະແດງ ຂອງທາງໂຮງຮຽນ ລາວເບິ່ງແລ້ວໃຫຍ່ກວ່ານັກຮຽນຄົນອື່ນ ແລະ ມັກຢູ່ກັບຄູ. ມາກຣ໊ອງ ຍັງເປັນສະມາຊິກຊົມລົມລະຄອນ ທີ່ນາງບຣິຈິຕຕ໌ ເປັນຜູ້ເບິ່ງແຍງອີກດ້ວຍ ພໍລາວຕ້ອງໄປຢູ່ກຸງປາຣີສ ທັງສອງກໍ່ຕິດຕໍ່ກັນທາງໂທລະສັບ ນາງບອກວ່າເຖິງວ່ານາງ ຈະປະຕິເສດລາວເລື້ອຍໆມາ ແຕ່ລາວກໍ່ກ້າວຂ້າມມັນມາໄດ້ ດ້ວຍຄວາມອົດທົນ. ໃນທີ່ສຸດ ນາງກໍ່ຫຍ່າຂາດຈາກສາມີຂອງຕົນເອງ ແລ້ວຍ້າຍມາຢູ່ທີ່ກຸງປາຣີສກັບຄົນຮັກໜຸ່ມນ້ອຍມາກຣ໊ອງ ທັງສອງແຕ່ງງານກັນໃນປີ 2007 ແຕ່ນາງກໍ່ບໍ່ໄດ້ໃຊ້ນາມສະກຸນຂອງມາກຣ໊ອງ ແລະ ນາງໄດ້ເປີດເຜີຍກັບທາງສື່ທ້ອງຖິ່ນວ່າ ມາກຣ໊ອງເກັ່ງເລື່ອງເທິງຕຽງຫຼາຍ.


 ດ້ານມາກຣ໊ອງກ່າວວ່າ ລາວບໍ່ເຄີຍເເອບເຊື່ອງນາງ ແລະ ຖ້າຫາກລາວເປັນປະທານາທິບໍດີ ນາງກໍ່ຈະມີບົດບາດ ທີ່ສຳຄັນຢ່າງແນ່ນອນ. ມາກຣ໊ອງ ເຮັດວຽກເປັນພະນັກງານລັດຢູ່ບໍ່ດົນ ກໍ່ໄດ້ຫັນມາເປັນນັກລົງທຶນ ຈາກນັ້ນກໍ່ເຕີບໃຫຍ່ໃນສາຍງານນີ້ ຈົນລໍ່າລວຍ ກ່ອນທີ່ຈະຫັນມາເປັນທີ່ປຶກສາ ດ້ານເສດຖະກິດຂອງ ຟຣ໊ອງຊົວສ໌ ອອລລ໊ອງ ປະທານາທິບໍດີຝຣັ່ງ ຄົນປະຈຸບັນ ແລ້ວຈຶ່ງກ້າວຂຶ້ນມາເປັນ ລັດຖະມົນຕີກະຊວງເສດຖະກິດ. ລ່າສຸດ ໃນການເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີຝຣັ່ງ ຮອບທຳອິດ ລາວຜ່ານເຂົ້າມາດ້ວຍຄະແນນສຽງ ທີ່ສູງທີ່ສຸດ 23.75% ຕາມມາດ້ວຍນາງ ມາຣີນ ເລີ ແປນ ຜູ້ສະໝັກເຕັງທີ່ 2 ໄດ້ຮັບຄະແນນສະໜັບສະໜູນ 21% ແລະ ທັງສອງຄົນ ຈະແຂ່ງຂັນກັນຕໍ່ໃນຮອບຕັດສິນ ທີ່ຈະລົງຄະແນນກັນໃນວັນທີ 7 ພຶດສະພານີ້ ໂດຍມາກຣ໊ອງ ຄາດວ່າຈະຊະນະ ແລະ ເປັນປະທານາທິບໍດີຝຣັ່ງຄົນຕໍ່ໄປ.

າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments