ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນເລກທີ 0333/ກອຕທ ວ່າ: ເນື່ອງຈາກວ່າບໍລິເວນຄວາມກົດດັນສູງ ຂອງອາກາດເຢັນຈາກປະເທດຈີນ ຈະໄດ້ແຜ່ລົງມາປົກຄຸມ ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງໃນໄລຍະຕອນບ່າຍຂອງວັນທີ 27-29 ເມສາ 2017 ພ້ອມດຽວກັນກະແສລົມຕາເວັນອອກ-ຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ມີພົມພາຍຸລະດູຮ້ອນ ເກີດຂຶ້ນຢູ່ບາງທ້ອງຖິ່ນໃນແຕ່ລະພາກໃນໄລຍະດັ່ງກ່າວ ດັ່ງນີ້:
- ໄລຍະວັນທີ 27 ເມສາ 2017 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງຢູ່ບາງຫ້ອງຖິ່ນແຂວງຫົວພັນ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.
- ໄລຍະວັນທີ 28-29 ເມສາ 2017 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງຢູ່ບາງທ້ອງຖິ່ນແຂວງຫຼວງພະບາງ, ໄຊຍະບູລີ, ບໍ່ແກ້ວ, ວຽງຈັນ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ທີ່ອາໄສຢູ່ແຂວງດັ່ງກ່າວ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບລົມພັດແຮງ, ຝົນຕົກຟ້າຮ້ອງຟ້າເຫຼື້ອມ ທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກ ແລະ ເຮືອນຊານເປ່ເພ. ຂໍໃຫ້ຫຼີກລ້ຽງການຢູ່ໃກ້ ຫຼື ຈອດລົດຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ສິ່ງກໍ່ສ້າງທີ່ບໍ່ແຂງແຮງ ພ້ອມນີ້ຂໍໃຫ້ຕິດຕາມການລາຍງານ ສະພາບອາກາດ ຈາກກົມອຸຕິນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment