"ໝໍດູດັງ" ທຳນາຍສົງຄາມໂລກ ຄັ້ງທີ່ 3 ຈະເກີດຂຶ້ນ ໂດຍມີອາເມຣິກາເປັນຜູ້ກໍ່ ເກີດ 13 ພຶດສະພາ ຫາ 13 ຕຸລາ 2017 ນີ້!!



ເມື່ອວັນທີ 19 ເມສາທີ່ຜ່ານມາ ເວັບໄຊ້ມີເຣີ ລາຍງາວ່າ ໂຮເຣຊິໂອ້ ວິລເລກາສ ໝໍດູຄົນດັງທີ່ໄດ້ຮັບສາຍາ ຜູ້ສົ່ງສານແຫ່ງພະເຈົ້າ ກໍ່ໄດ້ອອກມາເປີດເຜີຍຄຳທຳນາຍວ່າ ຈະເກີດສົງຄາມນິວເຄລຍ ທີ່ຖືເປັນສົງຄາມໂລກ ຄັ້ງທີ່ 3 ຂຶ້ນ ໃນມື້ຄົບຮອບ 100 ປີ ຂອງການມາຢາມຂອງແມ່ພະແຫ່ງຟາຕິມາ (Our Lady of Fatima) ເຊິ່ງກົງກັບວັນທີ 13 ພຶດສະພາ 2017 ໂດຍຄວາມຂັດແຍ່ງລະດັບໂລກນີ້ ຈະດຶງເອົາອາເມຣິກາ ຣັດເຊຍ ເກົາຫຼີເໜືອ ແລະ ຈີນ ເຂົ້າຮ່ວມສົງຄາມ ກ່ອນທີ່ສົງຄາມຈະສິ້ນສຸດໃນວັນຄົບຮອບ 100 ປີ ການມາຢາມເທື່ອສຸດທ້າຍ ຂອງແມ່ພະແຫ່ງຟາຕິມາ ເຊິ່ງກົງກັບວັນທີ 13 ຕຸລາ 2017. 

ກ່ອນໜ້ານີ້ເມື່ອປີ 2016 ລາວໄດ້ເຄີຍທຳນາຍໄວ້ວ່າ ໂດນັລດ໌ ທຣັມ ມະຫາເສດຖີຄົນດັງ ຈະສາມາດຊະນະການເລືອກຕັ້ງ ຂຶ້ນເປັນປະທານາທິບໍດີ ຂອງອາເມຣິກາ ລວມທັງທຳນາຍເລື່ອງທີ່ທຣັມ ຈະເປັນຜູ້ສັ່ງໂຈມຕີຊີເຣຍ ແລະ ທຣັມນີ້ເອງຈະເປັນຜູ້ນຳໂລກ ເຂົ້າສູ່ສົງຄາມໂລກ ຄັ້ງທີ່ 3 ເຊິ່ງບາງສ່ວນ ໃນຄຳທຳນາຍຂອງລາວກໍ່ໄດ້ເກີດຂຶ້ນແລ້ວ ແລະ ຍັງມີຫຼາກຫຼາຍຄຳທຳນາຍ ອັນໜ້າເຫຼືອເຊື່ອ ທີ່ລາວທຳນາຍຖືກ ດັ່ງທີ່ປາກົດຕໍ່ກັບສາຍຕາຊາວໂລກ.

ທັງນີ້ ວິລເລກາສ ໄດ້ຊີ້ໃຫ້ເຫັນເນື້ອໃນສຳຄັນ ທີ່ຜູ້ຄົນຕ້ອງຮູ້ ເພື່ອກຽມໂຕຮັບມື ຄືຈະເກີດສົງຄາມໂລກ ຄັ້ງທີ່ 3 ຂຶ້ນໃນວັນທີ 13 ພຶດສະພາ - 13 ຕຸລາ 2017 ເຊິ່ງຈະຈົບລົງດ້ວຍຄວາມຫາຍະນະ ແລະ ຄວາມຕາຍ ແຕ່ຢ່າງໃດກໍ່ຕາມອາດຈະມີເຫດການຈັດສາກຂຶ້ນ ໃນລະຫວ່າງວັນທີ 13 ເມສາ - 13 ພຶດສະພາ 2017 ເຊິ່ງເປັນການໂຈມຕີພາຍໃຕ້ຂໍ້ມູນທີ່ຜິດພາດ ລວມທັງໃນຊີເຣຍ ແລະ ເກົາຫຼີເໜືອ.

ກະລຸນາໃຊ້ວິຈາລະນະຍານ!!

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments