ລົດນຳເຂົ້າບໍ່ຖືກຕ້ອງ ແມ່ນບັນຫາທີ່ລັດຖະບານພວມຂຸ້ນຂ້ຽວແກ້ໄຂ ເພື່ອເຮັດໃຫ້ການຊົມໃຊ້ຍານພາຫະນະ ຢູ່ລາວເຮົາ ມີຄວາມເປັນລະບຽບຮຽບຮ້ອຍ ຕາມຕົວເລກເປີດເຜີຍຂອງລັດຖະບານ ທົ່ວປະເທດມີຈຳນວນທັງໝົດ 5.639 ຄັນ ຂະນະທີ່ໄຊຍະບູລີເປັນອີກແຂວງໜຶ່ງ ທີ່ມີຄວາມເອົາໃຈໃສ່ຕໍ່ການແກ້ໄຂບັນຫາດັ່ງກ່າວ ໂດຍໃນ 3 ເດືອນປີ 2017 ສາມາດ ແກ້ໄຂໄດ້ແລ້ວ 870 ຄັນ ໃນນັ້ນ ມີລົດຈັກພຽງ 87 ຄັນ.
ວັນທີ 20 ເມສາ 2017 ເປັນມື້ທີ 2 ຂອງການດຳເນີນກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 6 ສະໄໝທີ 6 ຊຶ່ງພາຍໃຕ້ການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ; ສະຫາຍ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 3 ເດືອນຜ່ານມາເປັນ ໄລຍະທຳອິດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກີດ-ສັງຄົມ ເຂົ້າສູ່ລະບົບງົບປະມານ ຕາມປີປະຕິທິນຂອງປະເທດ ກໍ່ຄືຂອງແຂວງວາງອອກ, ຊຶ່ງສາມາດເຮັດສຳເລັດວຽກງານແຕ່ລະດ້ານ, ເປັນຕົ້ນແມ່ນ: ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ບັນດາໂຄງການ ຕ່າງໆ ເຊັ່ນ: ໄດ້ຮັບການລົງທຶນທັງໝົດ 65 ຕື້ ກວ່າກີບ, ເພື່ອປະຕິບັດ 318 ໂຄງການ.
ພ້ອມດຽວກັນຍັງໄດ້ເອົາໃຈໃສ່ຕິດ ຕາມຊຸກຍູ້ການຈັດຕັ້ງ ປະຕິບັດໂຄງການຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມທີ່ເປັນໂຄງ ການແຜນງານ ແລະ ສົ່ງເສີມວິຊາການ; ສ່ວນໃຫຍ່ແມ່ນການລົງທຶນໃສ່ ການພັດທະນາພື້ນຖານໂຄງລ່າງ, ປະຈຸບັນທົ່ວ ແຂວງມີທັງໝົດ 32 ໂຄງການ, ມູນຄ່າ 22 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ທຶນກູ້ຢືມ 3 ໂຄງການ, ມູນຄ່າ 14 ລ້ານ ກວ່າໂດລາສະຫະລັດ, ທຶນຊ່ວຍເຫຼືອລ້າ 29 ໂຄງການ,ມູນຄ່າ 6 ລ້ານກວ່າໂດລາສະຫະລັດ ແລະທຶນພາຍໃນຈຳນວນ ໜຶ່ງ ໃນນັ້ນ ໄດ້ຈັດຕັ້ງປະຕິບັດຕົວຈິງ 23 ໂຄງການ ນອກຈາກນີ້ ແຂວງໄຊຍະ ບູລີຍັງໄດ້ດຶງດູດເອົາການລົງທຶນນັບທັງເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃສ່ຂະແໜງການ ຕ່າງໆ ເຊັ່ນ: ຂະແໜງອຸດສາຫະກຳ, ກະສິກຳ, ບໍ່ແຮ່, ໄຟຟ້າ ແລະການບໍລິການ.
ສະຫາຍ ຍັນຍົງ ສີປະເສີດ ຍັງໄດ້ ກ່າວຕື່ມອີກວ່າ: ໃນໄລຍະດຽວກັນນັ້ນ ທາງແຂວງຍັງໄດ້ຄຸ້ມຄອງການເກັບລາຍຮັບ ເຂົ້າງົບປະມານບັນລຸ 208 ຕື້ກວ່າກີບ ເທົ່າກັບ 30% ຂອງແຜນການປີ, ໄດ້ສຳຫຼວດຫົວໜ່ວຍທຸລະກິດ ສຳເລັດ ມີ 8 ພັນກວ່າຫົວໜ່ວຍ, ໄດ້ແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງທີ່ມາ ແຈ້ງທັງໝົດ 870 ຄັນ, ໃນນີ້ ລົດຈັກ 87 ຄັນ, ມີລົດເສຍພາສີແລ້ວ 63 ຄັນ, ມູນຄ່າ 23 ຕື້ກວ່າກີບ; ຈາກນັ້ນຜູ້ເຂົ້າຮ່ວມ ກໍ່ໄດ້ຂຶ້ນປະກອບຄຳຄິດຄຳເຫັນ ໃສ່ ຮ່າງບົດລາຍງານດັ່ງກ່າວ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຂອບໃຈແຫຼ່ງຂ່າວ: Sedthakid.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment