ອິນເດຍສ້າງ “ລົດໄຟຄວາມໄວສູງໃຕ້ນໍ້າ” ຄວາມໄວ 350 ກມ./ຊມ ໃຊ້ເທັກໂນໂລຢີຈາກລົດໄຟຍີ່ປຸ່ນ



ເອີ້ນໄດ້ວ່າເປັນໂປຣເຈັກທີ່ໃຫຍ່ຫຼາຍຂອງປະເທດອິນເດຍ ສຳລັບໂຄງການກໍ່ສ້າງ ລົດໄຟຄວາມໄວສູງ ແຕ່ຄວາມໜ້າສົນໃຈບໍ່ໄດ້ມີພຽງແຕ່ເທົ່ານັ້ນ ເພາະທາງອິນເດຍໄດ້ອອກມາລະບຸວ່າ ບາງສ່ວນຂອງການກໍ່ສ້າງລົດໄຟຄວາມໄວສູງ ຈະແລ່ນຢູ່ໃຕ້ນ້ຳອີກດ້ວຍ. ເສັ້ນທາງການໃຫ້ບໍລິການເລີ່ມຕົ້ນທີ່ເມືອງ ມຸມໄບ ແລະ ປາຍທາງທີ່ເມືອງອາເມດາບັດ ລວມໄລຍະທາງປະມານ 508 ກມ. ເຊິ່ງຖ້າຫາກເດີນທາງດ້ວຍລົດ ຈະໃຊ້ເວລາບໍ່ຕໍ່າກວ່າ 7 ຊົ່ວໂມງ ແຕ່ການເດີນທາງດ້ວຍລົດໄຟຄວາມໄວສູງ ຈະເຫຼືອພຽງ 2 ຊົ່ວໂມງເທົ່ານັ້ນ ແລະ ໃນລະຫວ່າງທີ່ລົດໄຟແລ່ນຜ່ານ Thane Creek ເຊິ່ງເປັນທາງເຊື່ອມໄປສູ່ເມືອງ Virar ລົດໄຟຈະລອດ ຜ່ານອຸໂມງໃຕ້ນໍ້າ ທີ່ມີໄລຍະທາງກວ່າ 21 ກິໂລແມັດ.

ທາງດ້ານຜູ້ພັດທະນາໂຄງການ ລະບຸເຖິງສາເຫດທີ່ຕ້ອງສ້າງອຸໂມງໃຕ້ນໍ້າ ເພາະບໍລິເວນ Thane Creek ແລະ Virar ປະກອບໄປດ້ວຍແຫຼ່ງນໍ້າ ແລະ ພືດທີ່ອຸດົມສົມບູນ ແລະ ທາງເລືອກທີ່ດີທີ່ສຸດ ແມ່ນການຍ້າຍເສັ້ນທາງລົງໄປໃຕ້ນໍ້າ ເຊິ່ງຕ້ອງໄດ້ສ້າງອຸໂມງລອດຜ່ານ ເພື່ອຫຼຸດການທຳລາຍທຳມະຊາດໃຫ້ໜ້ອຍທີ່ສຸດ.

ໂຄງການລົດໄຟຄວາມໄວສູງຂອງອິນເດຍ ພັດທະນາເທັກໂນໂລຢີຮ່ວມກັບ ລົດໄຟຊິງກັນເຊັງຂອງປະເທດຍີ່ປຸ່ນ ແລະ ຈະໃຊ້ເທັກໂນໂລຢີດຽວກັນໃນການເດີນທາງ ຄາດການວ່າລົດໄຟຄວາມໄວສູງ ຂອງປະເທດອິນເດຍ ສາມາດເຮັດຄວາມໄວໄດ້ສູງເຖິງ 350 ກມ./ຊມ ໂດຍເລີ່ມຕົ້ນກໍ່ສ້າງໃນປີ 2018 ແລະ ຄາດວ່າຈະສຳເລັດໃນປີ 2023.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments