ສຳນັກຂ່າວເອເອຟພີ ລາຍງານຈາກເມືອງລັກຊໍ ປະເທດອີຢິບ ເມື່ອວັນທີ 18 ເມສາວ່າ ຖະແຫຼງການຂອງກະຊວງບູຮານຄະດີອີຢິບ ເມື່ອວັນອັງຄານກ່າວວ່າ ໄດ້ຄົ້ນພົບຂຸມຝັງສົບແຫ່ງ "ລາຊະວົງທີ່ 18" ອາຍຸກວ່າ 3500 ປີ ມີໂລງໄມ້ 10 ໂລງ ບັນຈຸມຳມີ່ ຢ່າງໜ້ອຍ 8 ຮ່າງ ໃນສຸສານໃຕ້ດິນ ດຣາອະ ອາບັລ ນາກາ ໃຫ້ "ພູເຂົາແຫ່ງກະສັດ" ທີ່ມີຊື່ສຽງ ໂດຍເປັນຂຸມສົບຂອງຂຸນນາງຂັ້ນສູງຄົນໜຶ່ງ ຊື່ "ຢູເຊີຮັຕ" ເຊິ່ງເຮັດໜ້າທີ່ ເປັນຜູ້ພິພາກສາຂອງເມືອງໃນເວລານັ້ນ.
ມອສຕາຟາ ວາຊີຣີ ຫົວຫນ້າຄະນະບູຮານຄະດີ ກ່າວວ່າ ຄະນະຂຸດຄົ້ນຕ້ອງຂົນ ກອງດິນ ແລະ ຫີນເລິກເກືອບ 450 ແມັດ ກວ່າທີ່ຈະເຂົ້າຮອດປະຕູສຸສານ ສຸສານທີ່ຄົ້ນພົບໃໝ່ນີ້ ຢູ່ທາງຟາກຝັ່ງຕາເວັນຕົກ ຂອງແມ່ນໍ້າໄນລ໌ ເຊິ່ງກົງກັນຂ້າມກັບເມືອງລັກຊໍ ສຸສານແຫ່ງນີ້ເຄີຍຖືກເປີດ ເພື່ອເພີ່ມມຳມີ່ອີກໃນຍຸກ "ລາຊະວົງທີ່ 21" ເມື່ອປະມານ 3,000 ປີກ່ອນ ເຊິ່ງເທື່ອນີ້ໄດ້ມີການຕິດຕັ້ງລະບົບກົນໄກ ເພື່ອປ້ອງກັນການລັກ ສິ່ງຂອງມີຄ່າພາຍໃນສຸສານ. ທາງເຈົ້າໜ້າທີ່ຍັງຄົ້ນພົບໝໍ້ດິນທາສີຂາວ ສີສົ້ມ ແລະ ຂຽວນຳ.
ດ້ານ ຄາຫຼິີດ ເອລ-ອີນານີ ລັດຖະມົນຕີກະຊວງບູຮານຄະດີກ່າວວ່າ ເປັນທີ່ໜ້າປະຫຼາດໃຈ ທີ່ພົບຢູຊາບຕິ ຫຼື ຮູບແກະສະຫຼັກ ຂະໜາດນ້ອຍກວ່າ 1,000 ອັນ ເຊິ່ງຊາວອີຢິບຍຸກບູຮານ ມັກທີ່ຈະວາງຢູຊາບຕິ ໄວ້ໃກ້ກັບສົບ ເພື່ອຮັບໃຊ້ດວງວິນຍານໃນໂລກແຫ່ງຄວາມຕາຍ ການຄົ້ນພົບເທື່ອນີ້ ເອີ້ນໄດ້ວ່າມີຄວາມສຳຄັນເປັນຢ່າງສູງ ແລະ ທາງເຈົ້າໜ້າທີ່ ຍັງດຳເນີນການຂຸດຄົ້ນຕໍ່ ເນື່ອງຈາກມີຄວາມເປັນໄປໄດ້ ທີ່ຈະມີການຄົ້ນພົບອີກ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment