ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 23 ເມສາ ໂດຍອີງໃສ່ລາຍງານຂອງສຳນັກຂ່າວຢອນຮັປວ່າ ເຈົ້າໜ້າທີ່ຂອງເກົາຫຼີເໜືອ ໄດ້ຈັບກຸມຊາຍຊາວອາເມຣິກາ ເຊື້ອສາຍເກົາຫຼີໃຕ້ຄົນໜຶ່ງ ຂະນະທີ່ກຽມເດີນທາງອອກຈາກສະໜາມບິນນານາຊາດປຽງຢາງ ຂອງເກົາຫຼີເໜືອ ເມື່ອວັນສຸກທີ່ຜ່ານມາ ໂດຍຂໍ້ມູນເບື້ອງຕົ້ນກ່ຽວກັບຊາຍຄົນດັ່ງກ່າວ ໄດ້ຮັບການເປີດເຜີຍພຽງນາມສະກຸນວ່າ “ຄິມ” ເປັນອະດີດອາຈານປະຈຳສະຖາບັນ ວິທະຍາສາດ ແລະ ເທັກໂນໂລຢີ ຂອງມະຫາວິທະຍາໄລຫຍຽນປຽນ ປະເທດຈີນ ເຊິ່ງມີສາຂາໃນກຸງປຽງຢາງນຳ ແລະ ຄິມ ເດີນທາງເຂົ້າມາເກົາຫຼີເໜືອເມື່ອເດືອນກ່ອນ ເພື່ອເຮັດວຽກກ່ຽວກັບການຊ່ວຍເຫຼືອສັງຄົມ.
ດ້ານກະຊວງການຕ່າງປະເທດເກົາຫຼີໃຕ້ ຈີນ ແລະ ມະຫາວິທະຍາໄລຫຍຽນປຽນ ຍັງບໍ່ອອກມາສະແດງທ່າທີ ຕໍ່ລາຍງານດັ່ງກ່າວ. ເຊິ່ງຖືວ່າ ຄິມ ເປັນພົນລະເມືອງອາເມຣິກາຄົນທີ່ 3 ເຊິ່ງຖືກຈັບກຸມໃນເກົາຫຼີເໜືອ ຕໍ່ຈາກ ອອຕໂຕ ວອມເບຍ ນັກສຶກສາໄວ 22 ປີ ເຊິ່ງສານເກົາຫຼີເໜືອ ມີຄຳສັ່ງຕັດສິນເມື່ອປີກ່ອນ ໃຫ້ຮັບໂທດໃຊ້ແຮງງານໜັກເປັນເວລາ 15 ປີ ຖານເຈດຕະນາລັກແຜ່ນປ້າຍໂຄສະນາຊວນເຊື່ອ ຂອງລັດຖະບານເກົາຫຼີເໜືອ.
ອອຕໂຕ ວອມເບຍ |
ສ່ວນຄົນທີ່ 2 ແມ່ນ ຄິມ ດົງ-ຊອລ ຊາວອາເມຣິກາ ເຊື້ອສາຍເກົາຫຼີໃຕ້ ອາຍຸ 62 ປີ ເຊິ່ງສານຂອງລັດຖະບານເກົາຫຼີເໜືອ ມີຄຳພິພາກສາເມື່ອເດືອນມີນາ ປີກ່ອນ ໃຫ້ຮັບໂທດຈຳຄຸກ ເປັນເວລາ 10 ປີ ໃນຂໍ້ຫາພະຍາຍາມທຳລາຍອຳນາດຂອງລັດຖະບານເກົາຫຼີເໜືອ.
ຄິມ ດົງ-ຊອລ |
ນອກຈາກນີ້ ສະຖານະການຍັງເກີດຂຶ້ນ ໃນຊ່ວງທີ່ບັນຍາກາດເທິງແຫຼມສະໝຸດເກົາຫຼີ ກຳລັງຕຶງຄຽດຢ່າງໜັກ ທ່າມກາງການຈັບຕາເບິ່ງຂອງຄົນທົ່ວໂລກວ່າ ເກົາຫຼີເໜືອກຳລັງຈະທົດສອບນິວເຄລຍເທື່ອທີ່ 6 ຕອນໃດ ໃນຂະນະທີ່ເຮືອຮົບອາເມຣິກາ ກໍ່ໃກ້ເຂົ້າສູ່ນ່ານນໍ້າແຫຼມສະໝຸດເກົາຫຼີແລ້ວ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment