"ພະອາຈານ ສິຣິປັນໂຍ" ລູກເສດຖີມາເລ ຖິ້ມມໍລະດົກເກືອບ 3 ແສນລ້ານບາດ "ບວດບໍ່ສິກ"




ສຳລັບຄູບາ ຫຼື ພະສົງຊາວມາເລເຊຍອົງນີ້ແມ່ນ ພະອາຈານສິຣິປັນໂຍ (สิริปัญโญ ຫຼື Ajahn Siripanyo) ເຊິ່ງຊື່ເກົ່າແມ່ນ ເວັນ ສິຣິປັນໂຍ (Ven Siripanyo) ເປັນລູກຊາຍຄົນດຽວຂອງມະຫາເສດຖີ Tan Sri Ananda Krishnan ເຊິ່ງເປັນມະຫາເສດຖີຜູ້ໃຈບຸນຊາວເຊື້ອສາຍສີລັງກາ ທີ່ບໍ່ເທົ່າປີທີ່ຜ່ານມາໄດ້ຮັບການຈັດອັນດັບ ຈາກວາລະສານຊື່ດັງ Forbes ວ່າລວຍເປັນອັນດັບ 2 ຂອງມາເລເຊຍ.
 


ຄອບຄົວນີ້ມີລູກສາວ 2 ຄົນ ແລະ ມີລູກຊາຍພຽງ 1 ຄົນຄື ທ່ານ ພະອາຈານ ສິຣິປັນໂຍ ໂດຍທ່ານ ພະອາຈານ ຈົບການສຶກສາຈາກປະເທດອັງກິດ ແລະ ສາມາດເວົ້າໄດ້ເຖິງ 8 ພາສາ ໂດຍເມື່ອປະມານ 20 ປີກ່ອນ ທ່ານໄດ້ເລືອກທີ່ຈະບວດເປັນພະສົງ ໂດຍເປັນລູກສິດຂອງ ພະອາຈານ ຊາ ສຸພັທໂທ ແຫ່ງວັດໜອງປ່າພົງ ເມືອງ ວາຣິນຊຳຣາບ ແຂວງອຸບົນຣາຊະທານີ ປະເທດໄທ ແລະ ທ່ານກໍ່ບໍ່ເຄີຍ ຢາກກັບໄປໃຊ້ຊີວິດແບບລູກເສດຖີອີກເລີຍ ທ່ານປະຕິເສດໂອກາດທີ່ຈະເຮັດວຽກ ເພື່ອເຂົ້າເບິ່ງແຍງ ແລະ ຂະຫຍາຍອານາຈັກ ທາງທຸລະກິດຂອງພໍ່ ລວມທັງມໍລະດົກທີ່ ຂະນະນັ້ນມີມູນຄ່າກວ່າ 9.5 ພັນລ້ານໂດລ່າ ຫຼື ປະມານ 2.85 ແສນລ້ານບາດ (76,746,324,856,000 ກີບ) ເພື່ອເລືອກຍ່າງເທິງເສັ້ນທາງສາຍທຳມະ.



ວິທີສ້າງຄວາມສຸກຂອງ "ພະອາຈານ ສິຣິປັນໂຍ"





າຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂ່າວຈາກ: winnews, kapook, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ

ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments