ຍົນຮົບຣັດເຊຍບິນເໜືອນ່ານຟ້າອາເມຣິກາ 4 ເທື່ອໃນອາທິດດຽວ "ດ້ານອາເມຣິກາອອກມາເວົ້າໃຫ້" !!

 
ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 24 ເມສາວ່າ ເຈຟຟ໌ ເດວິສ ໂຄສົກກະຊວງປ້ອງກັນປະເທດອາເມຣິກາ ຖະແຫຼງການເມື່ອວັນຈັນວ່າ ສູນບັນຊາການການປ້ອງກັນ ນ່ານຟ້າອາເມຣິກາເໜືອ (ນໍຣາດ) ແຈ້ງການພົບຍົນຮົບຖິ້ມລະເບີດ ທາງຍຸດທະສາດຕູໂປເລຟ ຕູ-95 ບິນເໜືອໃຫ້ເຂດນ່ານຟ້າຂອງອາເມຣິກາ ເຖິງ 3 ເທື່ອ ເມື່ອວັນທີ 17 ເມສາ 18 ເມສາ ແລະ 20 ເມສາ ທີ່ຜ່ານມາ ໂດຍເປັນການບິນເຂົ້າໃກ້ນ່ານຟ້າ ເທິງໝູ່ເກາະອລູຊຽນ 2 ເທື່ອ ແລະ ລະຫວ່າງເກາະໃຫຍ່ອະລາສກ້າ ກັບການາດາ ອີກເທື່ອໜຶ່ງ ເຊິ່ງຖືເປັນເທື່ອທຳອິດໃນໄລຍະເວລາກວ່າ 2 ປີເຄິ່ງ ທີ່ທາງຣັດເຊຍສົ່ງຍົນໄປ ວົນວຽນນ່ານຟ້າອາເມຣິກາແຖວນັ້ນ.

ນອກຈາກນີ້ ນໍຣາດ ຍັງລາຍງານການພົບຍົນ ລາດຕະເວນທາງທະເລ ຂອງຣັດເຊຍຫຼາຍລຳ ໜຶ່ງໃນນັ້ນເປັນລຸ່ນ ອິລຢູຊິນ ອິລ-38 ວົນວຽນ ໃກກັບນ່ານຟ້າຂອງລັດອະລາສກ້າ ເມື່ອວັນທີ 19 ເມສາທີ່ຜ່ານມານຳອີກ ແລະ ອາເມຣິກາໄດ້ສົ່ງຍົນເຂົ້າໃຫ້ ແລະ ຕິດຕາມ "ດ້ວຍຄວາມປອດໄພ ແລະ ເປັນມືອາຊີບ".

ແຕ່ຢ່າງໃດກໍ່ຕາມ ກະຊວງການຕ່າງປະເທດຣັດເຊຍໄດ້ອອກມາຕອບໂຕ້ວ່າ ການປະຕິການດັ່ງກ່າວ ຂອງທາງຍົນຮົບຣັດເຊຍ ເກີດຂຶ້ນໃນນ່ານຟ້າສາກົນ "ຖືເປັນເລື່ອງປົກກະຕິ" ເນື່ອງຈາກລັດຖະບານຣັດເຊຍກວດພົບ ຍົນສອດແນມຂອງອາເມຣິກາ ບໍລິເວນເຂດນ່ານຟ້າສາກົນ ເໜືອທະເລບອລຕິກ ແລະ ໃກ້ກັບນ່ານຟ້າ ທາງຝັ່ງຕາເວັນຕົກຂອງຣັດເຊຍ ຫຼາຍເທື່ອເຊັ່ນກັນໃນໄລຍະນີ້.

ບໍ່ຮູ້ວ່າທັງສອງກອງທັບກຳລັງສົ່ງຍົນສອດແນມ ໄປທີ່ປະເທດຂອງອີກຝ່າຍຍ້ອນຫຍັງ ແລະ ອາດກ່ຽວກັບຄວາມຕຶງຄຽດໃນແຫຼມສະໝຸດເກົາຫຼີ ທີ່ເພີ່ມຂຶ້ນຢູ່ເລື້ອຍໆ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຂອບໃຈແຫຼ່ງຂ່າວຈາກ: ຂປລ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments