ກຳປູເຈຍ ສ້າງລາຍຮັບຈາກບຸນປີໃໝ່ ຫຼື "ບຸນຫົດນ້ຳ" ເກືອບ 400 ລ້ານໂດລາ!!!



ຂະ​ແໜງ​ທ່ອງທ່ຽວ​ກຳປູ​ເຈຍ​ ເປີດ​ເຜີຍ​ໃນ​ວັນ​ທີ 17 ​ເມສາ​ວ່າ ບຸນປີ​ໃໝ່ ​ຫຼື ບຸນ​ຫົດ​ນ້ຳຕະຫຼອດ 4 ວັນ​ຂອງ​ປະ​ເທ​ດຕົນ ສະ​ເພາະ​ແຕ່​ກິດຈະກຳ​ສະຫຼອງ​ຢູ່​ອັງ​ກໍ​ວັດ ສາມາດ​ສ້າງ​ລາຍ​ຮັບ ​ຈາກນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​​ ແລະ ​ຕ່າງປະ​ເທດ​​ເກືອບ 100 ລ້ານ​ໂດ​ລາ​ສະຫະລັດ ແລະ ລວມທັງໝົດທົ່ວປະເທດແມ່ນ ສ້າງລາຍຮັບຊ່ວງບຸນຫົດນໍ້າເກືອບ 400 ລ້ານໂດລ່າ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທ່ານ​ຕົງ​ຄຸນ ລັດຖະມົນຕີ​ວ່າ​ການ​ກະຊວງ​ທ່ອງ​ທ່ຽວ​ ກຳປູ​ເຈຍ​ຢືນຢັນ​ວ່າ ​ໄລຍະ​ບຸນປີ​ໃໝ່​​ແຕ່ວັນ​ທີ 13-16 ​ເມສາ​ນີ້, ​ແຂວງ​ຊຽມລຽບ ​ເຊິ່ງມີ​ອັງ​ກໍ​ວັດ ​ເປັນແຫຼ່ງທ່ອງ​ທ່ຽວທີ່​ຊື່​ດັງນັ້ນ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ​ຕ່າງປະ​ເທດ​ກວ່າ 1,6 ລ້ານ​ຄົນ ​ເພີ່ມ​ຂຶ້ນ 22,73% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາເພີ່ມ​ຂຶ້ນ 7,8%, ສ່ວນ​ລາຍ​ຮັບ​ຈາກ​ການ​ຂາຍ​ປີ້ກໍ​ບັນລຸ 1,2 ລ້ານ​ໂດ​ລາ ​ເພີ່ມ​ຂຶ້ນ 104,64%.

ທ່ານ​ຕົງ​ຄຸນ​ກ່າວຕື່ມ​ວ່າ ສະ​ເລ່ຍ​​ແລ້ວນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ໃຊ້​ຈ່າຍຄົນ​ລະ 50 ​ໂດ​ລາ, ນັກ​ທ່ອງ​ທ່ຽວ​ສາກົນ 500 ​ໂດ​ລາ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂໍ້ມູນ: sedthakid.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments