ສອງ​ປີຜ່ານມາ ລາວ​ສາມາດຢຶດຄືນເງິນກ່ວາ 50 ຕື້ຈາກ 785 ຕື້ ຈາກພະນັກງານລັດ ທີ່ສໍ້ລາດ​ບັງ​ຫຼວງ



ອົງການ​ກວດ​ສອບແຫ່ງ​ຊາດ​ລາວ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ວ່າ: ​ໃນ​ໄລຍະ​ສອງ​ປີຜ່ານມາ, ອົງການ​ຂອງ​ຕົນ​ສາມາດ​ເກັບ​ກູ້​ທຶນ​ໄດ້​ຄືນ​ຫຼາຍ​ກວ່າ 50 ຕື້​ກີບຈາກ​ພະນັກງານ​ລັດ​ທີ່​ສໍ້​ລາດ​ບັງ​ຫຼວງ.

​ໃນບົດ​ລາຍ​ງານ​ປີ 2016 ຂອງ​ກະຊວງ​ການ​ເງິນ​ລາວຊີ້ໃຫ້​ເຫັນ​ວ່າ: ລັດ​ຕ້ອງ​ສູນ​ເສຍງົບປະມານກວ່າ 785 ຕື້​ກີບ​​ແລະ​ ງົບປະມານ​ກ້ອນ​ນີ້​ກໍ​ໄດ້​ເບີກ​ຈ່າຍໃນ 60 ​ "ໂຄງການ​ບໍ່​ມີ​ໂຕ​ຕົນ" ​​ແລະ​ ບັນດາ​ໂຄງການ​ທີ່​ບໍ່​ມີ​ໂຕຕົນ ​ລ້ວນ​ແຕ່​ຮູ້​ພາຍຫຼັງ​ ຈາກ​ການ​ລາຍ​ງານ​ຂອງ​ປະຊາຊົນ.

ນອກ​ນີ້, ກົມປ້ອງ​ກັນ​ກຳ​ລັງຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ກໍ​ໄດ້​ເປີດ​ເຜີຍ​ ເມື່ອເດືອນ​ພະຈິກ​ປີຜ່ານ​ມາວ່າ ​ນັບ​ແຕ່​ປີ 2011 ຫາ 2015, ມີ​ເຈົ້າ​ໜ້າ​ທີ່ຕຳຫຼວດ 1000 ກວ່າ​ຄົນ​​ເຮັດຜິດ​ກົດໝາຍ ​ຫຼື​​ ​ລະບຽບ​ການ​ຂອງ​ກະຊວງ​ເຊິ່ງ​ໃນ​ຈຳນວນ​ນີ້​ໄດ້​ຖືກ​ປົດ​ຕຳ​ແໜ່​ງ​ແລ້ວ 737 ຄົນ​ຍ້ອນ​ກິນ​ສິນ​ບົນ​ ຫຼື​ ສວຍໃຊ້​ໜ້າ​ທີ່​ຕຳ​ແໜ່​ງຢ່າງ​ຜິດກົດໝາຍ.

ຂ່າວ​ແຈ້ງວ່າ: ລັດຖະບານ​ລາວ​ໄດ້​ຕັດສິນ​ໃຈ​ປາບ​ປາມ ​ແລະ​ ສະກັດ​ກັ້ນ ການ​ສໍ້​ລາດ​ບັງ​ຫຼວງ ​ຢ່າງ​ເດັດດ່ຽວ​ກວ່າ​ເກົ່າ, ຂະນະປັດຈຸບັນ​ອົງການ​ກວດ​ສອບແຫ່ງ​ຊາດ ​ກຳລັງ​ເລັ່ງກວດກາ​ຂະ​ແໜງ​ການ​ພາສີ​ ແລະ ການ​ເບີກ​ຈ່າຍ​ງົບ​ປະມານ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂ່າວຈາກ: abclaosnews, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.


Comments