ສິລະປິນຍິງຢືນນິ້ງ 6 ຊົ່ວໂມງ ໃຫ້ຄົນເບິ່ງຈັບສິ່ງຂອງ 72 ອັນລວມທັງປືນ ມາເຮັດຫຍັງກັບນາງກໍ່ໄດ້ "ຖ່າຍທອດສັນດານມະນຸດ"




ມາຣິນ່າ ອບຣາໂມວິຊ ສິລະປິນຍິງຊາວຢູໂກສລາເວຍ ໂດ່ງດັງມາຈາກຜົນງານ Performance Art ສຸດໃຈກ້າ ແລະ ບ້າເຕີບໜຶ່ງ ດ້ວຍການທົດສອບປະຕິກິລິຍາຂອງຜູ້ຄົນ ທີ່ມາເບິ່ງການສະແດງສິລະປະຂອງນາງ ກ່ອນທີ່ຈະຖ່າຍທອດໃຫ້ເຫັນເຖິງ ພຶດຕິກຳດ້ານມືດຂອງມະນຸດ ແລະ Performance Art ທີ່ໄດ້ສ້າງຊື່ໃຫ້ກັບນາງແມ່ນ "Rhythm 0" ທີ່ໄດ້ຈັດສະແດງໄປເມື່ອປີ 1974.

 
ໂປຣເຈັກ "Rhythm 0" ງານສິລະປະຈິດຕະວິທະຍາ ນຳພາໃຫ້ນາງເຫັນເຖິງພຶດຕິກຳສຸດຊາດິສມ໌ (sadism) ຫຼາຍຢ່າງຂອງມະນຸດ ເມື່ອນາງສະເໜີໃຫ້ຜູ້ທີ່ມາເຂົ້າເບິ່ງ ສາມາດຈັບສິ່ງຂອງ 72 ຢ່າງ ທີ່ກຽມມາໄວ້ເຮັດຫຍັງກັບນາງກໍ່ໄດ້ ຕັ້ງແຕ່ແສ້ ໂສ້ ມີດ ກຸຫຼາບ ຂົນນົກ ໄປຈົນຮອດປືນທີ່ບັນຈຸລູກປືນ 1 ລູກ!! ໂດຍນາງຈະຢືນນິ້ງເປັນເວລາ 6 ຊົ່ວໂມງ ແລະ ສິ່ງທີ່ຕາມມາ ແມ່ນການກະທຳ ຫຼາກຫຼາຍຮູບແບບ.



ໂດຍໃນຊ່ວງທຳອິດຜູ້ຊົມ ຜູ້ຊົມຍັງຮູ້ສຶກເຂີນອາຍ ແລະ ຍັງບໍ່ກ້າເຮັດຫຍັງ ແຕ່ຫຼັງຈາກທີ່ເລີ່ມມີຄົນ ເອົາຂົນນົກມາແຢ່ ບໍ່ນານຝູງຄົນກໍ່ພາກັນລຸມນາງ ທັງກອດ ຈູບ ແລະ ເອົາເຊືອກມາພັນຮອບໂຕນາງ ເສື້ອຜ້າເລີ່ມຫຼຸດອອກມາເທື່ອລະອັນ ຖືກລວນລາມ ແລະ ຫຼາກຫຼາຍຮູບແບບຕາມມາ.


ຫຼັງຈາກທີ່ຖືກກະທຳມາເປັນເວລາຄົບ 6 ຊົ່ວໂມງ ນາງຈຶ່ງສາມາດເໜັງໂຕໄດ້ ກ່ອນທີ່ທຸກຄົນຈະພາກັນແຕກຕື່ນ ແລະ ແລ່ນໜີອອກໄປ ປານກັບວ່າໜີຈາກຄວາມຜິດ ແຕ່ໃນລະຫວ່າງ 6 ຊົ່ວໂມງກ່ອນໜ້ານີ້ ທຸກຄົນໄດ້ປົດປ່ອຍ ເຕັມທີ່ ໂດຍທີ່ບໍ່ເຫັນໃຈ ແລະ ບໍ່ຢ້ານກັບສິ່ງທີ່ຕົນເຮັດລົງໄປ.

ມາຣິນ່າ ກ່າວວ່າ "ນາງຮູ້ສຶກປານກັບຕາຍທັ້ງເປັນຕະຫຼອດການສະແດງ ມັນເຮັດໃຫ້ນາງເຫັນວ່າ ເມື່ອມະນຸດຢູ່ໃນສະພາວະທີ່ມີອຳນາດ ຫຼາຍກວ່າຄົນອື່ນ ກໍ່ມີທ່າອ່ຽງທີ່ຈະຂົ່ມເຫັງ ແລະ ຫຼຸດຄຸນຄ່າຄວາມເປັນມະນຸດຂອງອີກຝ່າຍ ໂດຍບໍ່ຄິດເຖິງ ຜິດ ຖືກ ຊົ່ວ ດີ ເລີຍແມ້ນແຕ່ນ້ອຍ".








ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ແຫຼ່ງຂ່າວຈາກ: ໂທລະໂຄ່ງ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments