ແຜນສ້າງ "ນະຄອນໄກສອນພົມວິຫານ" ໃກ້ສູ່ຄວາມສໍາເລັດ ໂດຍສະເພາະ 8 ມາດຖານ



ຕາມການໃຫ້ສຳພາດຂອງທ່ານ ບຸນຍູ້ ທຳມະວົງ ເຈົ້າເມືອງໆໄກສອນພົມວິຫານ ຕໍ່ນັກຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ມາຮອດປະຈຸບັນການສ້າງຕັ້ງນະຄອນ ໄກສອນພົມວິຫານ ໃນແຂວງສະຫວັນນະເຂດມີຄວາມຄືບໜ້າໄປຫຼາຍດ້ານ.

ໂດຍສະເພາະ 8 ມາດຖານຂອງການສ້າງນະຄອນເຊັ່ນ: ຈຳນວນພົນລະເມືອງ, ຄວາມໜາແໜ້ນຂອງພົນລະເມືອງ, ອາຊີບກະສິກອນ, ເສັ້ນທາງປູຢາງ-ເບຕົງ, ຄອບຄົວຊົມໃຊ້ໄຟຟ້າ, ນຳໃຊ້ນ້ຳສະອາດ-ນ້ຳປະປາ, ດ້ານງົບປະມານກຸ້ມຕົນເອງໃນການໃຊ້ຈ່າຍປົກກະຕິ ແລະ ບ້ານພັດທະນາ.

ເມືອງໄກສອນພົມວິຫານເປັນເມືອງໃຫຍ່ອັນດັບສອງຂອງ ສປປ ລາວ ຖັດຈາກນະຄອນຫຼວງວຽງຈັນ. ເມືອງນີ້ ຕັ້ງຢູ່ແຄມແມ່ນ້ຳຂອງໃນເຂດພາກກາງຂອງລາວ, ເປັນເມືອງຕັ້ງຢູ່ຈຸດເລີ່ມຂອງ ເສັ້ນທາງເລກ 9 ຊຶ່ງອອກສູ່ທະເລຂອງ ພາກກາງຫວຽດນາມ ແລະ ເປັນເມືອງໜຶ່ງທີ່ມີສະພາບເສດຖະກິດ-ສັງຄົມ ຂະຫຍາຍຕົວໄວ, ລັກສະນະທີ່ເດັ່ນຂອງ ເມືອງນີ້ ເປັນເມືອງທີ່ມີການຈັດວາງຢ່າງເປັນລະບຽບກວ່າເມືອງອື່ນໆ ໂດຍສະເພາະແມ່ນເສັ້ນທາງຕ່າງໆໄດ້ຕັດ ແບ່ງຕົວເມືອງໃຫ້ເປັນລັກສະນະຕາຜ້າຜັງເມືອງ. ເມືອງໄກສອນພົມວິຫານຕັ້ງຢູ່ໃຈກາງຂອງແຂວງເປັນທີ່ຕັ້ງຂອງ ສຳນັກງານອົງການຂອງແຂວງ, ອົງການທຽບເທົ່າ, ມີສະຖານກົງສຸນໃຫຍ່ແຫ່ງ ສສ ຫວຽດນາມ ແລະ ກົງສຸນໃຫຍ່ແຫ່ງລາຊະອານາຈັກ ໄທປະຈຳແຂວງສະຫວັນນະເຂດ, ມີເສັ້ນທາງເຊື່ອມຕໍ່ບັນດາແຂວງພາກກາງ, ພາກໃຕ້ ແລະ ປະເທດເພື່ອນບ້ານ, ມີເສັ້ນທາງແລວເສດຖະກິດຕາ ເວັນອອກ-ຕາເວັນຕົກຕັດຜ່ານທີ່ມີໄລຍະທາງສັ້ນທີ່ສຸດ, ການຂົນສົ່ງໄປເຖິງທະເລນ້ຳເລິກດານັງ ສສ ຫວຽດນາມ, ມີເຂດເສດຖະກິດພິເສດສະຫວັນ-ເຊໂນ ກວມເຖິງ 3 ເຂດຄື: ເຂດ A ກວມ 305 ເຮັກຕາ, ເຂດ C ກວມ 232 ເຮັກຕາ ແລະເຂດ D ກວມ 118 ເຮັກ ຕາ, ຊຶ່ງມີຫຼາຍບໍລິສັດທັງພາຍໃນ ແລະ ຕ່າງປະເທດມາລົງທຶນໃນເຂດດັ່ງກ່າວ, ເປັນສູນກາງການສຶກສາ ເພື່ອພັດທະນາ ຊັບພະຍາກອນມະນຸດໃຫ້ແກ່ແຂວງສະ ຫວັນນະເຂດ ແລະບັນດາແຂວງພາກກາງ, ພາກໃຕ້ຂອງລາວ.

ທ່ານ ບຸນຍູ້ ທຳມະວົງ ຍັງໄດ້ໃຫ້ຮູ້ ຕື່ມວ່າ: ໂດຍປະຕິບັດຕາມ 8 ມາດຖານ ຂອງການສ້າງນະຄອນເຫັນວ່າ: ໃນ ດ້ານພົນລະເມືອງຕາມການສຳຫຼວດ ໃນປີ 2015 ເມືອງໄກສອນພົມວິຫານ ມີພົນລະເມືອງທັງໝົດ 125.726 ຄົນ, ທຽບໃສ່ມາດຖານທົ່ວນະຄອນຕ້ອງມີ ພົນລະເມືອງ 60.000 ຄົນ, ໃນຂະນະທີ່ມາດຖານຄວາມໜາແໜ້ນ ຂອງພົນລະເມືອງໃນເມືອງໄກສອນມີ 79.170 ຄົນ ຕໍ່ກິໂລຕາແມັດ ສູງກວ່າມາດຖານຂອງນະຄອນ 25.000 ຄົນຕໍ່ກິໂລຕາແມັດ, ມາດຖານອາຊີບກະສິກອນບໍ່ເກີນ 25% ເຫັນວ່າເທສະບານເມືອງໄກສອນພົມວິ ຫານມີພຽງ 20% ແລະມາດຖານທາງປູຢາງ-ທາງເບຕົງໃນເທສະບານ ເມືອງໄກສອນພົມວິຫານກວມເຖິງ 98% ລື່ນມາດຖານທີ່ກຳນົດໄວ້ທີ່ 90% ເຊັ່ນດຽວກັບມາດຖານຄອບຄົວໃຊ້ໄຟຟ້າ ແລະນ້ຳສະອາດ, ນ້ຳປະປາ 100% ແມ່ນບັນລຸເປັນທີ່ຮຽບຮ້ອຍ ແລ້ວໃນເວລາດຽວກັບດ້ານງົບປະມານ ເມືອງໄກສອນພົມວິຫານສາມາດຈັດ ເກັບລາຍຮັບໄດ້ຕາມແຜນການ, ນອກນັ້ນ ຍັງໄດ້ດຸນໃຫ້ແຂວງຕື່ມອີກ ຊຶ່ງເຫັນວ່າກໍ່ສາມາດປະຕິບັດໄດ້.

ອັນທີ່ຍັງຄ້າງກໍ່ຄືມາດຖານສຸດທ້າຍຄື: ການສ້າງໃຫ້ກາຍເປັນເມືອງພັດທະນາ, ໃນປະຈຸບັນນີ້ ເມືອງໄກສອນພົມ ວິຫານ ປະກາດບ້ານພັດທະນາໄດ້ແລ້ວ 23 ບ້ານ, ຍັງ 44 ບ້ານ, ຄາດວ່າໃນປີ 2017 ຕາມແຜນຈະປະກາດໃຫ້ໄດ້ 30 ບ້ານ, ແລະໃນປີ 2018 ຈະປະກາດ ຕື່ມອີກ 14 ບ້ານ ກຽມພ້ອມປະກາດເປັນເມືອງພັດທະນາ ແລະ ເປັນນະຄອນຕາມແຜນການທີ່ວາງໄວ້.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຂອບໃຈແຫຼ່ງຂ່າວຈາກ: www.sedthakid.la, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments