ເກົາຫຼີເໜືອສະຫຼອງ ສະຖາປະນາກອງທັບ ຄົບຮອບ 85 ປີ "ທົ່ວໂລກລຸ້ນວ່າ ຈະທົດສອບນິວເຄລຍບໍ່ !!"


ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງໂຊລ ປະເທດເກົາຫຼີໃຕ້ເມື່ອວັນທີ 25 ເມສາ ໂດຍອີງໃສ່ຂໍ້ມູນຈາກສຳນັກຂ່າວຢອນຮັປວ່າ ເກົາຫຼີເໜືອຈັດພິທີຫວນຄືນ ແລະ ສະເຫຼີມສະຫຼອງເນື່ອງໃນໂອກາດ ຄົບຮອບ 85 ປີ ແຫ່ງການສະຖາປະນາກອງທັບປະຊາຊົນເກົາຫຼີເໜືອ (KPA) ເຊິ່ງກົງກັບວັນທີ 25 ເມສາ ໂດຍນອກເໜືອຈາກພິທີການ ພາຍໃນລາຊະວັງທີ່ກຸງປຽງຢາງແລ້ວ KPA ຍັງໄດ້ມີການເຝິກຊ້ອມຮົບດ້ວຍລູກປືນແທ້ ບໍລິເວນເມືອງວອນຊານ ແຄມຝັ່ງຕາເວັນອອກຂອງປະເທດ ແລະ ມີການນຳຂີປະນາວຸດໄລຍະໄກຫຼາຍລຸ່ນ ອອກມາສະແດງອຳນາດ ແລະ ຂົ່ມຂວັນ  ທ່າມກາງຄວາມກັງວົນຂອງຫຼາຍຝ່າຍໃນພູມມິພາກວ່າ ລັດຖະບານເກົາຫຼີເໜືອ ຈະທົດສອບລະເບີດນິວເຄລຍເທື່ອໃໝ່ "ໃນອະນາຄົດອັນໃກ້ນີ້".


 ທັງນີ້ ການເຝິກຊ້ອມຮົບດັ່ງກ່າວ ຫຼາຍຝ່າຍເຊື່ອວ່າ ຄິມ ຈອງ-ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ລົງພື້ນທີ່ດ້ວຍຕົນເອງ ແລະ ສະຖານະການປະຈຸບັນ ເກົາຫຼີເໜືອຍັງສະແດງທ່າທີທີ່ບໍ່ພໍໃຈ ຢ່າງຊັດເຈນຕໍ່ກັບອາເມຣິກາ ທີ່ຍັງຄົງລຳລຽງອາວຸດ ເຂົ້າມາສະແດງອຳນາດໃນແຫຼມສະໝຸດເກົາຫຼີ ໂດຍເຕືອນວ່າ "ເປັນການເຄື່ອນໄຫວທີ່ອັນຕະລາຍ ຂອງປະເທດເຊິ່ງກະຫາຍສົງຄາມນິວເຄລຍ".

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments