ສຳນັກຂ່າວຕ່າງປະເທດ ລາຍງານວ່າ ເກົາຫຼີໃຕ້ຖະແຫຼງການວ່າ ເກົາຫຼີເໜືອໄດ້ສິ້ນສຸດ ການສະເຫຼີມສະຫຼອງຄົບຮອບ 85 ປີ ຂອງການກໍ່ຕັ້ງກອງທັບປະຊາຊົນເກົາຫຼີ ເມື່ອວັນທີ 25 ເມສາທີ່ຜ່ານມາ ໂດຍປາສະຈາກການທົດລອງນິວເຄລຍ ແລະ ບໍ່ມີການຍິງຂີປະນາວຸດ ຍົກເວັ້ນມີພຽງການຍິງປືນໃຫຍ່ ບໍລິເວນເມືອງວອນຊອນ ເຊິ່ງຢູ່ທາງຕາເວັນອອກຂອງປະເທດ ແຕ່ຢ່າງໃດກໍ່ຕາມ ທາງລັດຖະບານ ແລະ ເຈົ້າໜ້າທີ່ທາງກອງທັບອາເມຣິກາ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ຍັງຄົງເຝົ້າຈັບຕາເບິ່ງ ເກົາຫຼີເໜືອຕໍ່ໄປ ຢ່າງລະມັດລະວັງ.
ທັງນີ້ ເຈົ້າໜ້າທີ່ຝ່າຍກິດຈະການເກົາຫຼີເໜືອຂອງປະເທດອາເມຣິກາ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ໄດ້ປະຊຸມທີ່ກຸງໂຕກຽວໃນມື້ນີ້ ແລະ ເຫັນດີນຳກັນວ່າທັງ 3 ປະເທດ ຈະກົດດັນເກົາຫຼີເໜືອຕໍ່ໄປ ເພື່ອໃຫ້ຍົກເລີກໂຄງການນິວເຄລຍ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment