ນັກວິໄຈ ສ້າງເຄື່ອງຄາດການ “ການໂຈມຕີລ່ວງໜ້າ ຂອງຜູ້ກໍ່ການຮ້າຍ” ທີ່ວິເຄາະແມ່ນຢຳເຖິງ 90 ເປີເຊັນ


 ທີມນັກວິໄຈຈາກມະຫາວິທະຍາໄລບິງແຮມຕັນ ແລະ ມະຫາລິທະຍາໄລນິວຢອກ ຮ່ວມກັນພັດທະນາເຄື່ອງມື ທີ່ສາມາດໃຊ້ຄາດການ ການໂຈມຕີຂອງຜູ້ກໍ່ການຮ້າຍ ເຄື່ອງມືນີ້ເອີ້ນວ່າ “NEPAR Framework” ເປັນລະບົບທີ່ລວບລວມຂໍ້ມູນ ຈາກການໂຈມຕີຂອງຜູ້ກໍ່ການຮ້າຍ ຈາກທົ່ວໂລກກວ່າ 150,000 ເທື່ອ ລະຫວ່າງປີ 1970 ເຖິງ 2015.

ຮູບແບບການເຮັດວຽກແບ່ງເປັນ 2 ສ່ວນຄື ສ່ວນທຳອິດເປັນການສ້າງເຄືອຂ່າຍ ໂດຍການຫາຄວາມເຊື່ອມໂຍງ ລະຫວ່າງເຫດການ ແລະ ສ່ວນທີ່ສອງມີໜ້າທີ່ ໃນການວິເຄາະແບບທົ່ວເຖິງ ຈາກຂໍ້ມູນການໂຈມຕີກ່ອນໜ້ານີ້. ໂດຍທັງສອງສ່ວນມີຄວາມສຳຄັນ
 ໃນການເຮັດໜ້າທີ່ລະບຸ ລັກສະນະການໂຈມຕີ ຂອງຜູ້ກໍ່ການຮ້າຍໃນອະນາຄົດ ຈາກການວິເຄາະຄວາມເຊື່ອມໂຍງ ຂອງການໂຈມຕີໃນອະດີດ ທັງໃນຮູບແບບການໂຈມຕີ ເວລາທີ່ໂຈມຕີ ລວມທັງອາວຸດທີ່ນຳໃຊ້ ພ້ອມກັນນີ້ທາງຜູ້ວິໄຈຍັງອອກມາບອກວ່າ ເຄື່ອງມືຊະນິດນີ້ ມີຄວາມແມ່ນຢຳສູງເຖິງ 90 ເປີເຊັນ.

ນັກວິໄຈກ່າວວ່າ “ເຮົາບໍ່ສາມາດເຈາະຂໍ້ມູນ ຜ່ານສື່ສັງຄົມອອນໄລນ໌ ຫຼື ເທັກໂນໂລຢີຕ່າງໆ ເພື່ອລະບຸການໂຈມຕີລ່ວງໜ້າໄດ້ ທີ່ເຮົາຕ້ອງເຮັດແມ່ນການສ້າງຄວາມເຂົ້າໃຈ ໃນຮູບແບບຂອງການໂຈມຕີ ໂດຍການໃຊ້ເຄື່ອງມືນີ້ເປັນໂຕວັດແທກ ເຊັ່ນ: ເຫດການໂຈມຕີຕຶກຂອງອາເມຣິກາ ຫຼື 9/11 ແລະ ການໂຈມຕີໃນກຸງປາຣີສ ປີ 2015 ທັງສອງມີຄວາມເຊື່ອມໂຍງກັນແຕ່ບໍ່ມີໃຜຮູ້ ແຕ່ເຄື່ອງມືນີ້ຮູ້ ເຊິ່ງທາງພວກເຮົາ ກໍ່ພະຍາຍາມໃຊ້ຂໍ້ມູນເຫຼົ່ານີ້ ໃນການແຈ້ງເຕືອນ ເພື່ອບໍ່ໃຫ້ມັນເກີດຂຶ້ນ”.

ແຕ່ນີ້ບໍ່ແມ່ນເທື່ອທຳອິດ ໃນການສ້າງຄວາມເຂົ້າໃຈພຶດຕິກຳຂອງຜູ້ກໍ່ການຮ້າຍ ໂດຍງານວິໄຈກ່ອນໜ້ານີ້ ຈະເນັ້ນໄປທີ່ໂຕບຸກຄົນ ຫຼາຍກວ່າການເຊື່ອມໂຍງຄວາມສຳພັນລະຫວ່າງ ຮູບແບບການໂຈມຕີທີ່ຕ່າງກັນ ໂດຍມີຈຸດປະສົງເພື່ອປ້ອງກັນ ແລະ ຫຼີກລ່ຽງການໂຈມຕີຂອງຜູ້ກໍ່ການຮ້າຍ ແຕ່ຢ່າງໃດກໍ່ຕາມໃນປະຈຸບັນນີ້ ລະບົບການວິເຄາະການໂຈມຕີລ່ວງໜ້າ ຍັງຢູ່ໃນລະຫວ່າງຂັ້ນທົດລອງ ແຕ່ໃນອະນາຄົດ ອາດໃຊ້ງານໄດ້ແທ້ ແລະ ແມ່ນຢຳຫຼາຍຂຶ້ນ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments