ທ່ານຜູ້ນຳ "ຄິມ ຈອງ ອຶນ" ຍິ້ມມີຄວາມສຸກ ລະຫວ່າງຢ້ຽມຢາມຟາມໝູ ຂະນະທີ່ປະຊາຊົນພວມອຶດຫິວ !!!


 ຄິມ ຈອງ ອຶນ ຜູ້ນຳສຸູງສຸດຂອງເກົາຫຼີເໜືອ ໄດ້ໄປກວດຢ້ຽມຢາມ ຟາມໝູຂອງກອງທັບ ດ້ວຍໃບໜ້າຍິ້ມແຍ້ມ ພໍໃຈກັບຜົນຜະລິດໝູ ທີ່ອ້ວນພີດີງາມທຸກໂຕ ໃນຂະນະທີ່ປະຊາກອນທົ່ວປະເທດອຶດຢາກ ແລະ ຕາຍຈາກຄວາມຫິວໂຫຍ.


ເມື່ອວັນທີ 23 ເມສາ ເວັບໄຊ້ເດລີ່ເມລ ລາຍງານວ່າ ສຳນັກຂ່າວຂອງລັດຖະບານເກົາຫຼີເໜືອ ໄດ້ເຜີຍແຜ່ພາບຊຸດໃໝ່ຂອງທ່ານຜູ້ນຳສູງສຸດ ຄິມ ຈອງ ອຶນ ຂະນະທີ່ເດີນທາງຢ້ຽມຢາມຟາມໝູ ຂອງກອງທັບທີ່ຕັ້ງຢູ່ເມືອງແທຊອນ ທາງຕາເວັນອອກຂອງປະເທດ.



ໃນຊຸດພາບດັ່ງກ່າວ ສະແດງໃຫ້ເຫັນວ່າທ່ານຜູ້ນຳກຳລັງ ເດີນຢ້ຽມຢາມຟາມໝູຢ່າງຕັ້ງໃຈ ຕັ້ງແຕ່ບໍລິເວນໂຮງລ້ຽງ ໂຮງເຊືອດ ຫ້ອງແຊ່ແຂງ ໄປຈົນຮອດບໍລິເວນຫ້ອງແປຮູບຊີ້ນໝູ ເປັນຜະລິດຕະພັນຕ່າງໆ ໂດຍເຈົ້າໜ້າທີ່ທະຫານຫຼາຍຄົນ ໄດ້ຍ່າງຕິດຕາມຢ່າງໃຫ້ຊິດ ໝູທຸກໂຕທີ່ຢູ່ໃນຟາມແຫ່ງນີ້ອ້ວນສົມບູນຫຼາຍ ເປັນການບົ່ງບອກວ່າໄດ້ຮັບການເບິ່ງແຍງ ແລະ ໃຫ້ອາຫານເປັນຢ່າງດີ ເຊິ່ງມັນເຮັດໃຫ້ ຄິມ ຈອງ ອຶນ ພໍໃຈຫຼາຍ ເຊິ່ງຈະເຫັນໄດ້ວ່າລາວຍິ້ມຢ່າງຍິນດີຕະຫຼອດການຢ້ຽມຊົມນີ້.



ເຖິງແມ່ນວ່າຟາມໝູແຫ່ງນີ້ຈະມີຜົນຜະລິດທີ່ເປັນຕາໜ້າພໍໃຈຫຼາຍ ແຕ່ມັນບໍ່ໄດ້ສະທ້ອນໃຫ້ເຫັນ ຄຸນະພາບຊີວິດຄວາມເປັນຢູ່ ຂອງປະຊາຊົນເກົາຫຼີເໜືອ ເຊິ່ງທາງອົງການສະຫະປະຊາຊາດລະບຸວ່າ ປະຊາກອນຈຳນວນກວ່າ 2 ລ້ານຄົນ ທົ່ວປະເທດເກົາຫຼີເໜືອ ຢູ່ໃນພາລະອຶດຫິວ ສາມາດດຳລົງຊີວິດຢູ່ໄດ້ ດ້ວຍອາຫານພຽງໜ້ອຍຫຼາຍ ທີ່ໄດ້ມາການແບ່ງສ່ວນມາຈາກລັດຖະບານພັກ ໃນແຕ່ລະມື້ ແລະ ອາຫານທີ່ໄດ້ສ່ວນຫຼາຍແມ່ນເມັດສາລີ ເຂົ້າສານ ຫຼື ບາງເທື່ອກໍ່ເປັນຊີ້ນ ເຊິ່ງມີປະລິມານພຽງ 650 ກຣັມເທົ່ານັ້ນ.

ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^

ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.

Comments