ເມື່ອວັນທີ 19 ເມສາ ທີ່ຜ່ານມາ ເວັບໄຊ້ຊື່ດັງມິເຣີ ມີລາຍງານວ່າ
ສະຖານະການຂອງເກົາຫຼີເໜືອ ແລະ ອາເມຣິກາ ຍັງຄົງຕຶງຄຽດຢູ່ຢ່າງຕໍ່ເນື່ອງ
ໂດຍທາງເກົາຫຼີເໜືອ ໄດ້ມີການອອກອາກາດ ເຜີຍແຜ່ຄລິປວີດີໂອຊວນເຊື່ອ
ສະແດງການຂັບຮ້ອງປະສານສຽງ ຂອງກອງທັບທະຫານ ພ້ອມກັບການສາຍພາບຈຳລອງ
ການປ່ອຍອາວຸດນິວເຄລຍ ໄປໂຈມຕີອາເມຣິກາ.
ໂດຍໃນຄລິປດັ່ງກ່າວ
ສະແດງໃຫ້ເຫັນຈະຫຼວດຂະໜາດໃຫຍ່ ເຊິ່ງໜ້າຈະເປັນຂີປະນາວຸດຂ້າມທະວີບ (
Intercontinental Ballistic Missile ຫຼື ICBM) ຂີປະນາວຸດໄລຍະໄກ
ທີ່ມີລັດສະໝີຄວາມສາມາດຂ້າມທະວີບ ຖືກປ່ອຍຂຶ້ນສູ່ທ້ອງຟ້າ
ກ່ອນທີ່ຈະໄປຕົກໃນດິນແດນຂອງອາເມຣິກາ ເກີດແປວໄຟຂະໜາດໃຫຍ່ລຸກຂຶ້ນ ແລະ
ທຳລາຍທຸກຊາດອາເມຣິກາ.
ທັງນີ້
ເມື່ອປີທີ່ຜ່ານມາ ທາງການເກົາຫຼີເໜືອ ກໍ່ໄດ້ມີການເຜີຍແຜ່ຄລິປຊວນເຊື່ອ
ທີ່ຄ້າຍກັນນີ້ອອກມາ ໂດຍມີຊື່ວ່າ "ໂອກາດສຸດທ້າຍ (Last Chance)" ຄວາມຍາວປະມານ
4 ນາທີ ເຜີຍໃຫ້ເຫັນພາບຂີປະນາວຸດ ຖືກຍິງອອກຈາກດິນແດນເກົາຫຼີເໜືອ
ໂຈມຕີໄປຍັງອາເມຣິກາ ແລະ ທຸງຊາດກໍ່ຖືກເຜົາເຊັ່ນດຽວກັນ.
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment