ເມື່ອຜູ້ລ່າ ຕົກເປັນຝ່າຍຖືກລ່າເອງ ນາຍພານພົບກັບຈຸດຈົບສະຫຍອງ ຖືກແຂ້ລາກໄປກິນ ຂະນະອອກໄປລ່າສັດ ໃນຊິມບັບເວ ລາຍງານເຜີຍວ່າ ລາວລ່າສັດເປັນອາຊີບມານານຫຼາຍປີ ຕັ້ງແຕ່ກວາງ ສິງ ຊ້າງ ຈົນຮອດແຂ້.
ເມື່ອວັນທີ 20 ເມສາທີ່ຜ່ານມາ ສຳນັກຂ່າວເດລີ່ເມລ ລາຍງານວ່າ ສກ໊ອຕ ຟານ ຊິລ ນາຍພານນັກລ່າຊາວອາຟຣິກາໃຕ້ ອາຍຸ 44 ປີ ພົບກັບຈຸດຈົບທີ່ໜ້າສະຫຍອງ ຖືກແຂ້ໃນແມ່ນໍ້າຊິມບັບເວລຸມກິນ ກັດກິນຈົນເສຍຊີວິດ.
ກ່ອນໜ້າທີ່ຈະເສຍຊີວິດນັ້ນ ຟານຊິລ ເດີນທາງໄປທີ່ປະເທດຊິມບັບເວ ເພື່ອອອກລ່າສັດ ໂດຍມີນາຍພານທ້ອງຖິ່ນ ແລະ ໝາດົມກິ່ນ ຈຳນວນໜຶ່ງຕິດຕາມໄປນຳ ທັງສອງລົງຈາກລົດ ແລ້ວແຍກກັນໄປຄົນລະທາງ ເພື່ອໄປລ່າແຂ້ ເມື່ອເວລາຜ່ານໄປ ຝູງໝາຂອງຟານຊິລ ກໍ່ເດີນທາງກັບມາທີ່ພັກ ແຕ່ໄຮ້ເງົາຂອງນາຍພານ. ນາຍພານທ້ອງຖິ່ນ ຈຶ່ງໄດ້ຕິດຕໍ່ໄປທີ່ໜ່ວຍກູ້ໄພ ເພື່ອໄປຕາມເຈົ້າໜ້າທີ່ເຂົ້າມາຊ່ວຍເຫຼືອ.
ທີມກູ້ໄພ ພົບກັບຮອຍຕີນຂອງຟານຊິລ ແລະ ຕາມໄປຈົນຮອດແມ່ນໍ້າລິມໂປໂປ ພວກເຂົາພົບກັບກະເປົ໋າຂອງລາວ ທີ່ແຄມແມ່ນໍ້າ ແລະ ທີ່ແມ່ນໍ້າພົບກັບແຂ້ແມ່ນໍ້າໄນລ໌ 3 ໂຕ ເຈົ້າໜ້າທີ່ທາງການຂອງຊິມບັບເວ ອະນຸຍາດໃຫ້ຍິງພວກມັນ ເພື່ອການສືບສວນໄດ້ ແລະ ເຈົ້າໜ້າທີ່ ກໍ່ພົບກັບຊີ້ນສ່ວນອະໄວຍະວະມະນຸດ ຢູ່ໃນທ້ອງແຂ້ໂຕໜຶ່ງ ເມື່ອນຳໄປກວດພິສູດກໍ່ພົບວ່າ ກົງກັບດີເອັນເອຂອງຟານຊິລ.
ສຳລັບຊີວິດສ່ວນໂຕຂອງຟານຊິລນັ້ນ ລາວເປັນນາຍພານນັກລ່າທີ່ມີຊື່ສຽງ ແລະ ຢູ່ໃນວົງການມານານຫຼາຍປີ ລາວເປັນຜູ້ກໍ່ຕັ້ງບໍລິສັດ SS Pro Safaris ເຊິ່ງເຮັດທຸລະກິດກ່ຽວກັບ ການບໍລິການລ່າສຸດທຸກຮູບແບບ ໂດຍສັດທີ່ລ່າ ມີຕັ້ງແຕ່ກວາງ ສິງ ເສືອ ຊ້າງ ໄປຮອດແຂ້.
ລ່າສັດເພື່ອຄວາມມ່ວນຊື່ນ ແລະ ສຸດທ້າຍມາຈົບຊີວິດດ້ວຍສັດປ່າເອງ ສົມຄວນແລ້ວບໍ່?
ແຂ້ສາມໂຕທີ່ຕ້ອງຍອມຕາຍ ເພື່ອສົບພຽງຄົນດຽວທີ່ລ່າພວກມັນ ສົມຄວນແລ້ວບໍ່?
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment