ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 22 ເມສາວ່າ ກະຊວງການຕ່າງປະເທດເກົາຫຼີໃຕ້ ອອກຖະແຫຼງການເມື່ອວັນສຸກວ່າ ປະຫວັດສາດ ໄດ້ບັນທຶກເລື່ອງລາວທີ່ເກີດຂຶ້ນໄວ້ຊັດເຈນ ວ່າເກົາຫຼີໃຕ້ກັບຈີນເປັນປະເທດທີ່ມີຄວາມສຳພັນ ກັນຍາວນານຫຼາຍພັນປີ ໂດຍມີຄວາມເຊື່ອມໂຍງກັນດ້ານອະທິປະໄຕ ເມື່ອຄັ້ງທີ່ແຕ່ກ່ອນເປັນຂອງຈັກກະວັດມອງໂກລ ລະຫວ່າງສະຕະວັດທີ 13 ເຖິງ 14 ແຕ່ແຫຼມສະໝຸດເກົາຫຼີບໍ່ເຄີຍຕົກເປັນ "ດິນແດນສ່ວນໜຶ່ງຂອງຈີນ".
ທ່າທີດັ່ງກ່າວຂອງລັດຖະບານເກົາຫຼີໃຕ້ມີຂຶ້ນ ຫຼັງຈາກທີ່ປະທານາທິບໍດີ ໂດນັລດ໌ ທຣັມ ໄດ້ໃຫ້ສຳພາດກັບໜັງສືພິມ The Wall Street Journal ໃນອາທິດນີ້ ກ່ຽວກັບສະຖານະການ ໃນແຫຼມສະໝຸດເກົາຫຼີ ເຊິ່ງຜູ້ນຳອາເມຣິກາ ກ່າວຍ້ອນກັບໄປເຖິງ ການພົບຫາລືກັບປະທາາທິບໍດີ ສີ ຈິ້ນຜິງ ຂອງຈີນທີ່ອາເມຣິກາ ເມື່ອຊ່ວງຕົ້ນເດືອນນີ້ວ່າ ໄດ້ຍົກປະເດັນທາງດ້ານປະຫວັດສາດມາລົມກັນ "ຍ້ອນກັບໄປຫຼາຍພັນປີວ່າ ເກົາຫຼີເຄີຍເປັນສ່ວນໜຶ່ງຂອງຈີນ".
ຂະນະທີ່ລູ່ ຄັງ ໂຄສົກ ກະຊວງການຕ່າງປະເທດຈີນ ກ່າວເຖິງເລື່ອງນີ້ວ່າເກົາຫຼີໃຕ້ "ຢ່າໄປໃສ່ໃຈ" ກັບຄຳເວົ້າຂອງ ປະທານາທິບໍດີອາເມຣິກາເລີຍ ແຕ່ມີລາຍງານວ່ານັກປະຫວັດສາດ ແລະ ນັກກິດຈະກຳການເມືອງຈຳນວນໜຶ່ງ ໄປຊຸມນຸມປະທ້ວງກັນ ຢູ່ໜ້າສະຖານທູດຈີນປະຈຳກຸງໂຊລ ເພື່ອສະແດງຄວາມບໍ່ພໍໃຈຕໍ່ກັບລາຍງານດັ່ງກ່າວ. ດ້ານໜັງສືພິມໂຊຊອນ ສື່ຍັກໃຫຍ່ແຫ່ງເກົາຫຼີໃຕ້ກ່າວວ່າ ຜູ້ນຳອາເມຣິກາຄົນປະຈຸບັນ ຖືວ່າຂາດຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານການທູດເປັນຢ່າງສູງ.
ນອກຈາກນີ້ການທີ່ກອງເຮືອຮົບພິຂາດ "ອາມາດາ" ທີ່ນຳໂດຍເຮືອຮົບບັນທຸກຍົນ "ຢູເອສເອສ ຄາຣ໌ລ ວິນສັນ" ຍັງເດີນທາງມາບໍ່ຮອດແຫຼມສະໝຸດເກົາຫຼີຈັກເທື່ອ ທັງທີ່ທຣັມ ໄດ້ສັ່ງໃຫ້ອອກເດີນທາງຈາກສິງກະໂປເມື່ອ 2 ອາທິດກ່ອນ ເອີ້ນສຽງວິຈານຈາກທາງເກົາຫຼີໃຕ້ບໍ່ໜ້ອຍ ໂດຍ ຮົງ ຈຸນ-ພໂຍ ໜຶ່ງໃນຜູ້ສະໝັກເລືອກຕັ້ງ ຕຳແໜ່ງປະທານາທິບໍດີ ເກົາຫຼີໃຕ້ໃນວັນທີ 9 ພຶດສະພານີ້ ກ່າວວ່າທຸກຄຳເວົ້າຂອງທຣັມ ມີຜົນຕໍ່ກັບຄວາມໝັ້ນຄົງຂອງເກົາຫຼີໃຕ້ ຫາກວ່າເຮືອຢູເອສເອສ ຄາຣ໌ລ ວິນສັນ ບໍ່ສາມາດເຂົ້າສູ່ແຫຼມເກົາຫຼີ ດ້ວຍເຫດຜົນໃດໆກໍ່ຕາມ ເກົາຫຼີໃຕ້ບໍ່ອາດທີ່ຈະເຊື່ອລັດຖະບານທຣັມໄດ້ອີກ ສ່ວນສື່ທ້ອງຖິ່ນຫຼາຍແຫ່ງວິຈານວ່າ ເກົາຫຼີໃຕ້ກຳລັງສົງໄສຫຼາຍຂຶ້ນ ວ່າທຣັມຈະຈັດການສະຖານະການ ເທິງແຫຼມສະໝຸດເກົາຫຼີໄດ້ແທ້ຫຼືບໍ່ ຫຼື ລັດຖະບານເກົາຫຼີໃຕ້ ຄວນຫັນໄປກຽມຄວາມພ້ອມຮັບມືກັບ "ຄວາມສ່ຽງ" ຈາກລັດຖະບານອາເມຣິກາຊຸດນີ້ຫຼາຍກວ່າ.
ໝາຍເຫດ: ທາງເວັບໄຊ້ທາງການພວກເຮົາ "devcrown.com" ກຳລັງຍ້າຍເຊີເວີ້ຢູ່ ອາດໃຊ້ເວລາຫຼາຍມື້ ເລີຍມາອັບເດດຂ່າວຜ່ານທາງເວັບໄຊ້ນີ້ຊົ່ວຄາວກ່ອນເດີ້ ^^
ແຫຼ່ງຂ່າວຈາກ: ໂທລະໂຄ່ງ, ຮຽບຮຽງ: devcrown.com ຄວາມຮູ້ທັນສະໄໝ
ຝາກ Like, share, comment ເພື່ອສະໜັບສະໜູນພວກເຮົາ ແລະ ຖ້າຍັງບໍ່ໄດ້ Like ເພຈ໌ເຟສບຸກ "devcrown.com ຄວາມຮູ້ທັນສະໄໝ", ກະລຸນາ Like ໃຫ້ແນ່ເດີ້, ຊິບໍ່ໄດ້ພາດຄວາມຮູ້ທີ່ດີດີ.
Comments
Post a Comment